ເກືອບ84%ຈຳນວນວິສາຫະກິດສະໜັບສະໜູນບັນດາສັນຍາການຄ້າສາກົນ

ເກືອບ84%ຈຳນວນວິສາຫະກິດສະໜັບສະໜູນບັນດາສັນຍາການຄ້າສາກົນ - ảnh 1
ປະຊາຄົມເສດຖະກິດ ອາຊຽນ ໄດ້ຮັບຄວາມສົນໃຈຈາກວິສາຫະກິດ ຫຼາຍທີ່ສຸດ
(ພາບ: Reuters)
(vovworld) – ກົມ​ໃຫຍ່ສະຖິຕິ​ຫາ​ກໍ່​ປະກາດໝາກຜົນ​ຂອງ​ການ​ສຳ​ຫຼວດລະດັບ​ກຽມພ້ອມ​ເຂົ້າ​ຮ່ວມ​ການ​ເຊື່ອມ​ໂຍງ​ສາ​ກົນ​ຂອງ​ວິ​ສາຫະກິດ ຂະ​ແໜງ​ອຸດ​ສາ​ຫະກຳ​ປຸງ​ແຕ່ງ, ຜະລິດ. ຕາມ​ນັ້ນ​ແລ້ວ, ມີວິ​ສາ​ຫະກິດ​ເກືອບ 84% ສະໜັບສະໜູນ​ເລື່ອງ​ເຊັນ​ບັນດາ​ສັນຍາ​ການ​ຄ້າ​ສາກົນ. ຕາມ​ໝາກຜົນ​ຂ​ອງການ​ສຳ​ຫຼວດຢູ່​ວິ​ສາ​ຫະກິດອຸດສາຫະກຳ​ປຸງ​ແຕ່ງ, ຜະລິດ 3.500 ​ແຫ່ງ​ແລ້ວ, ບັນດາ​ສັນຍາ​ການ​ຄ້າ​ສາກົນທີ່ ຫວຽດນາມ ​ໄດ້​ລົງ​ນາມ​ໄດ້ຮັບ​ຄວາມສົນ​ໃຈ ຈາກ​ປະຊາ​ຄົມ​ວິ​ສາ​ຫະກິດ ຫວຽດນາມ​, ດ້ວຍ​ອັດຕາສ່ວນ​ເປັນ​ລຳດັບ​ຄື: ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ບັນລຸລະດັບ​ສູງ​ສຸດ​ດ້ວຍ 83,8%, ຈາກ​ນັ້ນ​ແມ່ນ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ, ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ຍີ່ປຸ່ນ, ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສະຫະພາບ ​ເອີ​ລົບ, ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສ. ​ເກົາ​ຫຼີ. ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຄາດ​ຄະ​ເນ​ຍຸດ​ທະ​ສາດ​ກຳ​ແໜ້ນ​ກາລະ​ໂອກາດ​ຈາ​ກການ​ເຊື່ອມ​ໂຍງ​ສຸມ​ໃສ່ 3 ຂົງ​ເຂດ​ຕົ້ນຕໍ​ຄື: ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ, ​ເປີດ​ກ້ວາງ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ແລະ ຊອກ​ຫາ​ຕະຫຼາດ​ໃໝ່. ພາຫະນະ​ເຄື່ອງ​ຈັກ, ​ເຕັກ​ໂນ​ໂຕ​ຢີ ​ເປັນ​ໜຶ່ງ​ໃນ​ບັນດາ​ປັດ​​ໄຈ​ຫຼັກ​ແຫຼ່ງ, ຍົກ​ສູງ​ກຳລັງ​ແກ້ງ​ແຍ້​ງ​ໃນ​ການ​ເຊື່ອມ​ໂຍງ.


ຂ່າວ/ບົດ​ອື່ນ