ເຂດຊາຍແດນສະ​ຖຽນ​ລະ​ພາບຈະປະກອບສ່ວນເພີ່ມທະວີແລະປັບປຸງຄວາມສາມັກຄີລະຫວ່າງຫວຽດນາມ - ລາວ

(VOVWORLD) - ວັນທີ 19 ກັນຍາ,  ກອງປະຊຸມສະຫລຸບການສຳເລັດແຜນການສັງລວມແຫ່ງການປະຕິບັດວຽກງານປັກຫລັກໝາຍຖີ່ ແລະ ບູລະນະລະບົບເສົາຫລັກໝາຍຊາຍແດນ ຫວຽດນາມ - ລາວ ຖືກຈັດຂຶ້ນຢູ່ ຮ່າໂນ້ຍ. 
ເຂດຊາຍແດນສະ​ຖຽນ​ລະ​ພາບຈະປະກອບສ່ວນເພີ່ມທະວີແລະປັບປຸງຄວາມສາມັກຄີລະຫວ່າງຫວຽດນາມ - ລາວ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ

ກອງປະຊຸມ ເພື່ອແນໃສ່ຕີລາຄາທັງໝົດວິວັດການປະຕິບັດໂຄງການປັກຫລັກໝາຍຖີ່ ແລະ ບູລະນະລະບົບເສົາຫລັກໝາຍ, ພ້ອມທັງຊາບຊືມການຜັນຂະຫຍາຍປະຕິບັດ ເອກະສານນິຕິກຳ ຫວຽດນາມ ແລະລາວ 2 ສະບັບ ທີ່ຫາກໍ່ມີຜົນສັກສິດ ແຕ່ວັນທີ 5 ກັນຍາປີ 2017. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ, ການນຳບັນດາກະຊວງ, ຂະແຫນງການ ແລະ ຜູ້ຕາງຫນ້າ 10 ທ້ອງຖິ່ນມີເສັ້ນຊາຍແດນຕິດກັບລາວ ໄດ້ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ: ບັນຫາຊາຍແດນ ຜືນແຜ່ນດິນ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ແລະ ຖືເປັນສຳຄັນຈາກ ການນຳພັກ, ລັດ ແລະ ລັດຖະບານສອງປະເທດ ຫວຽດນາມ ແລະລາວ. ຜ່ານຫລາຍໄລຍະ, ພິເສດ ແຕ່ປີ 2008-2016, ລັດຖະບານສອງປະເທດ ໄດ້ເປັນເອກະພາບແຜນນະໂຍບາຍຜັນຂະຫຍາຍການສ້າງ “ໂຄງການປັກຫລັກໝາຍຖີ່ ແລະ ບູລະນະລະບົບເສົາຫລັກໝາຍຊາຍແດນ ຫວຽດນາມ - ລາວ". ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ:

        “ ນີ້ແມ່ນແຜນນະໂຍບາຍທີ່ມີຄວາມສະຫລາດສ່ອງໃສທີ່ສຸດ, ກ່ອນນີ້ 10 ກິໂລແມັດ ມີພຽງເສົາຫລັກໝາຍຫນຶ່ງ ຊ້ຳບໍ່ໜຳ ບາງແຫ່ງ 40 ກິໂລແມັດ ມີເສົາຫລັກໝາຍຫນຶ່ງ ແຕ່ມາຮອດປະຈຸບັນ ໃນທົ່ວເສັ້ນຊາຍແດນດ້ວຍຄວາມຍາວ 2273 ກິໂລແມັດ ມີເຖິງ 1002 ເສົາຫລັກໝາຍ. ພວກຂ້າພະເຈົ້າຖືວ່າ ເລື່ອງສຳເລັດວຽກງານປັກຫລັກໝາຍຖີ່, ບູລະນະລະບົບເສົາຫລັກໝາຍ ຫວຽດນາມ - ລາວ ແມ່ນເຫດການສຳຄັນຍິ່ງ, ມີຄວາມໝາຍທີ່ສຸດ, ສະແດງໃຫ້ເຫັນຄວາມເປັນເອກະພາບສູງ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ເປັນການສະແດງໃຫ້ເຫັນສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ ແລະລາວ ຢ່າງມີຊີວິດຊີວາ. ກ່ຽວກັບດ້ານສາກົນ ນັບແຕ່ນີ້ ສອງປະເທດ ໄດ້ມີເສັ້ນຊາຍແດນຈະແຈ້ງ, ຊັດເຈນ ໄດ້ຮັບການລະບຸຢ່າງລະອຽດໃນບັນດາເອກະສານນິຕິກຳ, ດ້ວຍລະບົບຊາຍແດນທາງການ, ທັນສະໄຫມ, ໝັ້ນຄົງຢູ່ພື້ນທີ່ຕົວຈິງ.”

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ເນັ້ນຫນັກວ່າ: ຜົນງານນີ້ຍັງປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານການຄ້າ ແລະ ການລົງທຶນ, ການພົວພັນແລກປ່ຽນເສດຖະກິດ, ວັດທະນະທຳ, ການທ່ອງທ່ຽວ ຢູ່ບັນດາທ້ອງຖິ່ນເຂດຊາຍແດນ, ປັບປຸງຄວາມສະຫງົບ, ການເມືອງ, ຄວາມເປັນລະບຽບຮຽບຮ້ອຍທົ່ວສັງຄົມ, ຮັບປະກັນຄວາມປອດໄພຢູ່ເຂດຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ