ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າ ອາກາດ ເພື່ອ ພັດທະນາແບບຍືນຍົງ

(VOVWORLD) -ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ນອກຈາກງົບປະມານແຫ່ງລັດ, ແຫຼ່ງທຶນ ODA ແລ້ວ ຕ້ອງເຕົ້າໂຮມແຫຼ່ງກໍາລັງຈາກສັງຄົມ ຕາມຮູບແບບຮ່ວມມືລະຫວ່າງພາກລັດ - ເອກະຊົນ (PPP) ແລະ ລະດົມບັນດາຮູບການວິສາຫະກິດ. ເພີ່ມແຫຼ່ງກໍາລັງພັດທະນາເຂດໃນໄລຍະກາງ ແຕ່ນີ້ ຮອດປີ 2020 ໃຫ້ທັນການ

ຕອນບ່າຍວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ,ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານການເຮັດວຽກກັບກະຊວງ, ຂະແໜງການ ກ່ຽວກັບການຜັນຂະຫຍາຍມະຕິເລກທີ 120 ຂອງລັດຖະບານ ກ່ຽວກັບເລື່ອງເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອພັດທະນາແບບຍືນຍົງ. ນີ້ແມ່ນມະຕິທີ່ໄດ້ປະກາດໃຊ້ເມື່ອເດືອນ ພະຈິກ 2017.

ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າ ອາກາດ ເພື່ອ ພັດທະນາແບບຍືນຍົງ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຮັດວຽກກັບກະຊວງ, ຂະແໜງການ ກ່ຽວກັບການຜັນຂະຫຍາຍມະຕິເລກທີ 120 ຂອງລັດຖະບານ ກ່ຽວກັບເລື່ອງເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ(ພາບ: vov.vn)

ເມື່ອສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຊີ້ນໍາວ່າ ໃນໄລຍະຈະມາເຖິງຄວນມີການຊີ້ນໍາ ກ່ຽວກັບດ້ານວິທະຍາສາດເຕັກໂນໂລຢີທີ່ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ ຢູ່ເຂດທ່ົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ, ຈາກນັ້ນ ຕັ້ງບັນຫາສ້າງໂຄງປະກອບຂົງເຂດກະສິກໍາ ແລະ ບັນດາຂົງເຂດທີ່ກ່ຽວຂ້ອງເຖິງການພັດທະນາແບບຍືນຍົງ, ເພື່ອເປົ້າໝາຍມະນຸດ ແລະ ຍົກລະດັບຄ່າຄອງຊີບຂອງປະຊາຊົນ. ພ້ອມກັນນັ້ນ, ແມ່ນເຮັດແຈ້ງກວ່າ ແຫຼ່ງກໍາລັງພັດທະນາເຂດທົ່ງພຽງແມ່ນໍ້າຂອງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ນອກຈາກງົບປະມານແຫ່ງລັດ, ແຫຼ່ງທຶນ ODA ແລ້ວ ຕ້ອງເຕົ້າໂຮມແຫຼ່ງກໍາລັງຈາກສັງຄົມ ຕາມຮູບແບບຮ່ວມມືລະຫວ່າງພາກລັດ - ເອກະຊົນ (PPP) ແລະ ລະດົມບັນດາຮູບການວິສາຫະກິດ. ເພີ່ມແຫຼ່ງກໍາລັງພັດທະນາເຂດໃນໄລຍະກາງ ແຕ່ນີ້ ຮອດປີ 2020 ໃຫ້ທັນການ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍເຫັນດີຕໍ່ກັບຂໍ້ສະເໜີແນະຂອງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ກ່ຽວກັບການຈັດຕັ້ງ “ເວທີປາໄສເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ປີ 2019: ກ່ຽວກັບນະໂຍບາຍ ຕະຫຼອດຮອດການປະຕິບັດ” ໂດຍໄວ, ເຊິ່ງຊ້າສຸດແມ່ນກອ່ນວັນທີ 20 ພຶດສະພາ 2019.

ຕອບກັບ

ຂ່າວ/ບົດ​ອື່ນ