ເຂດທົ່ງພຽງແມ່ນ້ຳຂອງດຶງດູດວິສາຫະກິດລົງທຶນດຳເນີນທຸລະກິດ logistics

ເຂດທົ່ງພຽງແມ່ນ້ຳຂອງດຶງດູດວິສາຫະກິດລົງທຶນດຳເນີນທຸລະກິດ logistics - ảnh 1
(ກອງ​ປະ​ຊຸມ​ດຶງ​ດູດ​ການ​ລົງ​ທຶນ,
ດຳ​ເນີນ​ທຸ​ລະ​ກິດ logistics ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ)

(vovworld) - ​ ​ວັນ​ທີ 09/01, ຢູ່ກອງ​ປະ​ຊຸມ​ດຶງ​ດູດ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ logistics ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ໂດຍ​ກະ​ຊວງ​ອຸ​ດ​ສາ​ຫະ​ກຳ​ການ​ຄ້າ ສົມ​ທົບ​ກັບ​ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ແລະ ​ສະ​ຫະສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ການ​ບໍ​ລິ​ການ logistics ຫວຽດ​ນາມ ຈັດ​ຕັ້ງ​ຢູ່​ນະ​ຄອນ​ເກີນ​ເທີ, ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ປາດ​ຖະ​ໜາ​ຈະ​ມ​ີ​ນັກ​ລົງ​ທຶນ​​ໃໝ່ຫຼາຍກວ່າ ເປີດກວ້າງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ logistics ຢູ່​ທີ່ນີ້. ພ້ອ​ມ​ທັງ, ເພື່ອ​ສືບ​ຕໍ່​ຍູ້​ແຮງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ logistics ເຂົ້າ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ​້ວ ສະ​ເໜີ​ໃຫ​້​ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ຊາບ​ຊຶມ​ຈິດ​ໃຈ​ຂອງ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ, ພັດ​ທະ​ນາ​ວິ​ສາ​ຫະ​ກິດ, ສ້າງ​ກົ​ງ​ຈັກ​ບໍ​ລິ​​ຫານ​ຮັບ​ໃຊ້, ​ສັດ​ຊື່​ບໍ​ລິ​ສຸດ, ກະ​ທຳ, ສ້າງ​ຄວາມ​ສະ​ດວກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ. ຜ່ານນັ້ນ, ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຮງ​ໃນ​ການ​ດຶງ​ດູດ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ, ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ.

        ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທ​ນ​ໄດ້​ສຸມ​ໃສ່​ສະ​ເໜີ, ໄຈ້​ແຍກ, ຕີ​ລ​າ​ຄາ​ກ່ຽວ​ກັບ​ສະ​ພາບ​ການ​ຕົວ​ຈິງ​ຂອງ​ເສດ​ຖະ​ກິດ​ສັງ​ຄົມ, ພື້ນ​ຖານ​ໂຄງ​ລ່າງ​ດ້ານ logistics, ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ​້ອນ, ທ່າ​ແຮງ, ແງ່​ຫວັງ ແລະ ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ເມື່ອ​ລົງ​ທຶນ logistics ເຂົ້າ​ເຂດນີ້.

        ​ທີ່ກອງ​ປະ​ຊຸມ, ຜູ້​ຕາງ​​ໜ້າ​ບັນ​ດາ​ນັກ​ລົງ​ທຶນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ ​ການ​ຮ່ວມ​ມືລົງ​ທຶນ​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຂອງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ