ເງ້ອານນຳຂົວທ່າກຳປັ່ນ Vissai ເຂົ້າເຄື່ອນໄຫວ

(VOVWORLD) -ວັນທີ 21 ຕຸລາ, ຢູ່ເຂດທະເລ ງີທຽດ ເມືອງ ງີໂລກ ແຂວງ ເງ້ອານ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ກົດປຸ່ມນຳຂົວທ່າກຳປັ່ນສາກົນ Vissai ຊື່ງແມ່ນຂົວທ່າກຳປັ່ນສາກົນທີສອງຢູ່ ແຂວງ ເງ້ອານ ເຂົ້າເຄື່ອນໄຫວ. 

ເງ້ອານນຳຂົວທ່າກຳປັ່ນ Vissai ເຂົ້າເຄື່ອນໄຫວ  - ảnh 1 ຂົວທ່າກຳປັ່ນ Vissai 

ພາບ:baonghean

ທ່າກຳປັ່ນສາກົນ Vissai ມີເນື້ອທີ່ກວ່າ 400 ເຮັກຕາ ສາມາດຕ້ອນຮັບກຳປັ່ນບັນທຸກສິນຄ້າແຕ່ 30.000- 70.000 ໂຕນເຂົ້າທຽບທ່າ. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນດັກວີງ, ເລຂາຄະນະພັກນະຄອນ ເງ້ອານ ເນັ້ນຫນັກວ່າ ພ້ອມກັບລະບົບທ່າກຳປັ່ນໃນເຂດທ່າກຳປັ່ນ ເກື໋ອຫລໍ່, ທ່າກຳປັ່ນທະເລສາກົນ Vissai ແມ່ນປະຕູແຫ່ງການພົວພັນດ້ານການຄ້າ, ຮັບໃຊ້ການຂົນສົ່ງ, ແລກປ່ຽນສິນຄ້າທີ່ສຳຄັນຂອງແຂວງ ເງ້ອານ ກັບບັນດາແຂວງຢູ່ພາຍໃນປະເທດ ແລະບັນດາປະເທດໃນໂລກຜ່ານທາງທະເລ.                      

ຕອບກັບ

ຂ່າວ/ບົດ​ອື່ນ