ເຈລະຈາ ອາຊຽນ - ສ.ເກົາຫຼີ ຄັ້ງທີ 21

(VOVWORLD) - ວັນທີ 22 ແລະ 23 ມິຖຸນາ ທີ່ຊຽມຣຽບ ປະເທດ ກຳປູເຈຍ ໄດ້ດຳເນີນການເຈລະຈາ ອາຊຽນ - ສ.ເກົາຫຼີ ຄັ້ງທີ 21
ເຈລະຈາ ອາຊຽນ - ສ.ເກົາຫຼີ ຄັ້ງທີ 21 - ảnh 1 (ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ)

ທີ່ກອງປະຊຸມ, ບັນດາປະເທດ ອາຊຽນ ແລະ ສ.ເກົາຫຼີ ລ້ວນແຕ່ຢືນຢັນຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ສ.ເກົາຫຼີ ສຳລັບການພັດທະນາຂອງແຕ່ລະຝ່າຍ ແລະ ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະ ການຮ່ວມສຳພັນຢູ່ພາກພື້ນອາຊີຕາເວັນອອກ. ເລື່ອງສ້າງຕັ້ງປະຊາຄົມເສດຖະກິດ ອາຊຽນ ແຕ່ທ້າຍປີ 2015 ແລະ ລະດັບການເຕີບໂຕເສດຖະກິດຢູ່ລະດັບສູງ ແຕ່ໃນຊຸມປີມໍ່ໆມານີ້, ອາຊຽນ ໄດ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 2 ຂອງ ສ.ເກົາຫຼີ. ຜ່ານບັນດາຂອບເຂດການຮ່ວມມືຄື: ສັນຍາການຄ້າເສລີ ອາຊຽນ - ສ.ເກົາຫຼີ (AFFTA) ແລະ ແຜນການດຳເນີນງານໄລຍະ 2016 – 2020, 2 ຝ່າຍພວມສູ້ຊົນບັນລຸຄາດໝາຍ 200 ຕື້ USD ສຳລັບຍອດວົງເງິນການຄ້າ 2 ສົ້ນໃນປີ 2020.

        ເຂົ້າຮ່ວມການເຈລະຈາ, ທ່ານ ຫງວຽນກວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ ຢືນຢັນວ່າ: ຫວຽດນາມ ແລະ ບັນດາປະເທດ ອາຊຽນ ປາດຖະໜາຢາກຍູ້ແຮງການຮ່ວມມືຫລາຍດ້ານກັບ ສ.ເກົາຫຼີ, ບໍ່ພຽງແຕ່ໃນຖານະເປັນຄູ່ຮ່ວມມືຍຸດທະສາດຂອງ ອາຊຽນ ເທົ່ານັ້ນ, ຫາກຍັງແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຂັ້ມແຂງ, ສະມາຊິກຂອງ APEC, G20 ອີກດ້ວຍ, ມີບົດບາດ ແລະ ຄຳເວົ້າໃນບັນດາບັນຫາສາກົນ ແລະ ພາກພື້ນ. ສ.ເກົາຫຼີ ແລະ ອາຊຽນ ມີເງື່ອນໄຂຄົບຖ້ວນ ເພື່ອກາຍເປັນຂົວຕໍ່ໃຫ້ແກ່ການຮ່ວມສຳພັນລະຫວ່າງ ອາຊີຕາເວັນອອກສ່ຽງເໜືອ ແລະ ອາຊີຕາເວັນອອກສ່ຽງໃຕ້ຢ່າງແໜ້ນແຟ້ນກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ