ເຈລະຈາຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນຄັ້ງທີ5

 ເຈລະຈາຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນຄັ້ງທີ5 - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຟ້າມ​ບີງ​ມີງ
ຕ້ອນ​ຮັບ​ທ່ານ Shinsuke Sugiyama, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ
ພາບ:chinhphu.vn
(vovworld)-​ ວັນ​ທີ 24/10, ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ໄດ້​ຕ້ອນ​ຮັບ​ທ່ານ Shinsuke Sugiyama, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ ພວມ​ຢ້ຽມ​ຢາມ​ຫວຽດ​ນາມ ເພື່ອ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ - ຍີ່​ປຸ່ນ ຄັ້ງ​ທີ 5. ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ຕີ​ລາ​ຄາ​ສູງ​ເລື່ອງ​ສອງ​ຝ່າຍ​ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປຸ່ນ ຄັ້ງ​ນີ້​ສຳ​ເລັດ​ຜົນ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ - ຍີ່​ປຸ່ນ ເລິກ​ເຊິ່ງກວ້າງ​ຂວາງກວ່າ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ຕີ​ລາ​ຄາ​ສູງ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ໃຫມ່​ໃນ​ໄລ​ຍະ​ມໍ່​ໆ​ມານີ້​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ພົ້ນ​ເດັ່ນ​ແມ່ນ​ເລື່ອງ​ຍົກ​ສູງ​ຂອບ​ເຂດ​ການ​ພົວ​ພັນ​ໃຫ້​ຂຶ້ນ​ສູ່​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ເພື່ອ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຢູ່ ອາ​ຊີ ໃນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງ​ຍີ່​ປຸ່ນ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເມື່ອ​ເດືອນ 3/2014 ຜ່ານ​ມາ.

        ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ Shinsuke Sugiyama ຢືນ​ຢັນ​ວ່າ: ຍາມ​ໃດ​ຍີ່​ປຸ່ນ ກໍ​ຖື​ເປັນ​ສຳ​ຄັນ ແລະ ຢາກ​ນຳ​ການ​ພົວ​ພັນ​ກັບ​ຫວຽດ​ນາມ ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ ແລະ ຈະ​ສືບ​ຕໍ່​ຫນູນ​ຊ່ວຍ​ຫວຽດ​ນາມ ພັດ​ທະ​ນາ​ຜ່ານ​ການ​ສະ​ຫນອງ​ທຶນ​ ODA ກໍ​ຄື​ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສຳ​ຄັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

 

ຂ່າວ/ບົດ​ອື່ນ