ເຈົ້າຫນ້າທີ່ອາວຸໂສອາຊຽນ-ຈີນໂຮມປະຊຸມກ່ຽວກັບການຜັນຂະຫຍາຍDOC

(VOVWORLD) -ວັນທີ 18 ພຶດສະພາ, ອາຊຽນ ແລະ ຈີນ ຈັດຕັ້ງກອງປະຊຸມເຈົ້າຫນ້າທີ່ອາວຸໂສ (SOM) ອາຊຽນ ກ່ຽວກັບການຜັນຂະຫຍາຍຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຄັ້ງທີ 14 ຢູ່  ກວັຍຢາງ   ປະເທດຈີນ. 
ເຈົ້າຫນ້າທີ່ອາວຸໂສອາຊຽນ-ຈີນໂຮມປະຊຸມກ່ຽວກັບການຜັນຂະຫຍາຍDOC - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ກອງປະຊຸມດັ່ງກ່າວ ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດ ສິງກະໂປ Chee Wee Kiong ແລະ ຄູ່ຕຳແຫນ່ງ ຈີນ ຫລຽວເຈີນໝີນ ເປັນປະທານ. ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ການຜັນຂະຫຍາຍ DOC ແລະ ວິວັດການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC). ອາຊຽນ ແລະ ຈີນ ຢ້ຳຄືນຄຳໝັ້ນສັນຍາຂອງການນຳຂັ້ນສູງສືບຕໍ່ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ຕີລາຄາສູງໝາກຜົນຜັນຂະຫຍາຍບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການທູດປ້ອງກັນເຫດບົນທະເລ, ລະອຽດ ແມ່ນນຳໃຊ້ໂທລະສັບສາຍດ່ວນລະຫວ່າງກະຊວງການຕ່າງປະເທດ ອາຊຽນ ແລະ ຈີນ ກ່ຽວກັບເຫດດ່ວນບົນທະເລ ແລະ ນຳໃຊ້ກົດແຫ່ງການປະພຶດ ຫລີກລ້ຽງບັນດາກໍລະນີເກີດຂຶ້ນໂດຍບັງເອີນບົນທະເລ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ. ກ່ຽວກັບການສ້າງ COC, ບັນດາຝ່າຍໄດ້ຮັບຮູ້ໝາກຜົນຂອງກຸ່ມປະຕິບັດງານ DOC/ COC ກ່ຽວກັບແຜນຮ່າງແມ່ COC ພ້ອມທັງເຫັນດີ ຈະຍື່ນສະເຫນີແຜນຮ່າງນີ້ ເພື່ອໃຫ້ກອງປະຊຸມລັດຖະມົນຕີ ອາຊຽນ ຈີນ ໃນເດືອນສິງຫາປີ 2017 ພິຈາລະນາຮັບຮອງເອົາ. ເຂົ້າຮ່ວມການປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັກຢູງ, ຫົວຫນ້າ SOM ASEAN  ຫວຽດນາມ ກ່າວຄຳເຫັນກ່ຽວກັບສະພາບການຢູ່ທະເລຕາເວັນອອກ ແລະ ເນັ້ນຫນັກຢ່າງແຮງເຖິງການປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ກໍຄືການປະກອບສ່ວນສ້າງບັນດາເນື້ອໃນລະອຽດຂອງແຜນຮ່າງແມ່ COC.

ຕອບກັບ

ຂ່າວ/ບົດ​ອື່ນ