ເຈົ້າໜ້າທີ່ຂັ້ນສູງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ພົບປະກັນຢູ່ ອິນໂດເນເຊຍ

(VOVWORLD) - ສຳນັກຂ່າວສານ Yonhap ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Lee Nak-yeon ແລະ ທ່ານຮອງນາຍົກລັດຖະມົນຕີ ສປປ.ເກົາຫຼີ Ri Ryong-nam ໃນວັນທີ 18 ສິງຫາ

ໄດ້ມີການພົບປະເຈລະຈາຮ່ວມກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ກ່ອນທີ່ພ້ອມກັນເຂົ້າຮ່ວມພິທີໄຂງານມະຫາກຳກິລາ ອາຊີ (ASIAD) 2018 ຢູ່ Jakarta ປະເທດ ອິນໂດເນເຊຍ. ການພົບປະເຈລະຈາໄດ້ດຳເນີນຢູ່ຕຶກ Crafty ຄຽງຂ້າງກັບສະໜາມກິລາ Gelora Bung Karno, ແກ່ຍາວເປັນເວລາ 10 ນາທີ.

        ຕາມການຄາດຄະເນ, ທ່ານປະທານາທິບໍດີ ສ.ເກົາຫຼີ Mon Jae-in ແລະ ການນຳ ສປປ.ເກົາຫຼີ ຈະມີການພົບປະຢູ່ ພຽງຢາງ ໃນເດືອນ ກັນຍາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ