ເຈົ້າໜ້າທີ່ຂັ້ນສູງອາຊຽນຈັດກອງປະຊຸມກ່ຽວກັບບັນດາບັນຫາພາກພື້ນທີ່ສຳຄັນ

ເຈົ້າໜ້າທີ່ຂັ້ນສູງອາຊຽນຈັດກອງປະຊຸມກ່ຽວກັບບັນດາບັນຫາພາກພື້ນທີ່ສຳຄັນ - ảnh 1
(ພາບປະກອບ: TTXVN)

​(vovworld) - ​ໃນ​ສະພາບ​ການທີ່​ບັນດາ​ປະ​ເທດ​ອາ​ຊຽນ ພວມ​ມານະ​ພະຍາຍາມ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ທ້າຍ​ປີ 2015, ວັນ​ທີ 08/06, ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ 10 ປະ​ເທດ​ສະມາຊິກອາ​ຊຽນ ​ໄດ້ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ຢູ່ Kuching, ປະ​ເທດ​ມາ​ເລ​ເຊຍ, ​ເພື່ອ​ປຶກສາ​ຫາລື​ວິວັດທະນາ​ການ​ປະຕິ​ບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ທີ່​ໄດ້​ວາງ​ອອກ​ກ່ອນ​ນັ້ນ. ຕາມ​ທ່ານ​ເລຂາທິການ​ໃຫຍ່​ກະຊວງ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ Othman Hashimn ​ແລ້ວ, ການ​ແລກປ່ຽນ​ຄັ້ງ​ຕ່າງໆໄດ້​ສຸມ​ໃສ່​ບັນດາ​ການ​ເຄື່ອນ​ໄຫວ​ສືບ​ຕໍ່ກອງປະ​ຊຸມສຸດ​ຍອດ​ອາ​ຊຽນ ທີ່ຫາ​ກໍ່​ດຳ​ເນີນ​ໄປ​ໃນ​ທ້າຍ​ເດືອນ 04 ຜ່ານ​ມາ, ​ໃນ​ນັ້ນ​ມີ​ແຜນ​ສັງ​ລວມການປະຕິບັດ​ປະຊາ​ຄົມການ​ເມືອງ - ຄວາມ​ໝັ້ນຄົງ​ອາຊຽນ ​ແລະ ຖະ​ແຫຼງການ​ກ່ຽວ​ກັບ​ການ​ເພິ່ມທະວີ​ກຳລັງ​ຄວາມ​ສາມາດ​ຂອງ​ຄະນະ​ເລຂາ ​ແລະ ຕີ​ລາຄາ​ວຽກ​ງານ​ບັນ​ດາ​ອົງການ​ອາຊຽນ. ທ່ານ Hashimn ​ໃຫ້​ຮູ້​ວ່າ, ນີ້​ກໍ່​ແມ່ນ​ບາດກ້າວ​ກະກຽມ​ໃຫ້ການ​ພົບ​ປະ​ຂັ້ນ​ລັດຖະມົນຕີ​ອາ​ຊຽນ, ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ເດືອນ 08 ຢູ່​ນະຄອນຫຼວງ Kuala Lumpur ​ແລະ ກອງປະຊຸມ​ສຸດ​ຍອດ​ຂອງ​ສະມາຄົມ​ໃນ​ທ້າຍ​ປີ 2015. ນອກຈາກ​ນັ້ນ, ບັນດາ​ເຈົ້າ​ໜ້າ​ທີ່​ອາ​ຊຽນ ຍັງ​ປຶກສາ​ຫາລື​ຫຼາຍ​ບັນຫາ​ໃນ​ພາກ​ພື້ນ​ອີກ​ດ້ວຍ.
ຂ່າວ/ບົດ​ອື່ນ