ເຈົ້າໜ້າທີ່ລັດຖະບານ ອົດສະຕາລີ ຫຼາຍທ່ານຂໍລາອອກຈາກຕຳແໜ່ງ

(VOVWORLD) - ວິກິດການໃນປະຈຸບັນ ຍັງບໍ່ທັນມີສັນຍາຢຸດຕິລົງເທື່ອຍ້ອນທ່ານ  Dutton ບໍ່ເວັ້ນເສຍ ກໍລະນີເຂົ້າຮ່ວມການປ່ອນບັດຄັ້ງທີ 2 ຂອງພັກເສລີ ເຊິ່ງຄາດວ່າຈະດຳເນີນໃນວັນທີ 24 ສິງຫາ.

ໃນເວລາພຽງ 2 ວັນ, ວັນທີ 21 – 22 ສິງຫາ, ມີເຈົ້າໜ້າທີ່ຂັ້ນສູງໃນຄະນະລັດຖະບານ ອົດສະຕາລີ 9 ທ່ານໄດ້ຍື່ນໃບສະເໜີຂໍລາອອກຈາກຕຳແໜ່ງ ເພື່ອສະແດງທັດສະນະສະໜັບສະໜູນລັດຖະມົນຕີກະຊວງພາຍໃນ Peter Dutton ທີ່ຫາກໍ່ລາອອກຈາກຕຳແໜ່ງໃນຂະນະທີ່ທ່ານນີ້ປະລາໄຊ ໃນການປ່ອນບັດໄວ້ວາງໃຈກັບຄູ່ແຂ່ງແມ່ນທ່ານນາຍົກລັດຖະມົນຕີ ອົດສະຕາລີ ຄົນໃໝ່ Malcolm Turnbull ຂອງພັກເສລີ ເມື່ອວັນທີ 21 ສິງຫາ.

        ວິກິດການໃນປະຈຸບັນ ຍັງບໍ່ທັນມີສັນຍາຢຸດຕິລົງເທື່ອຍ້ອນທ່ານ  Dutton ບໍ່ເວັ້ນເສຍ ກໍລະນີເຂົ້າຮ່ວມການປ່ອນບັດຄັ້ງທີ 2 ຂອງພັກເສລີ ເຊິ່ງຄາດວ່າຈະດຳເນີນໃນວັນທີ 24 ສິງຫາ. ປະຈຸບັນ, ທ່ານນາຍົກລັດຖະມົນຕີ Turnbull ໄດ້ປະຕິເສດຄວາມອາດສາມາດຈະດຳເນີນການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາ, ພ້ອມທັງຮຽກຮ້ອງໃຫ້ລັດຖະບານສາມັກຄີ, ຖ້າບໍ່ດັ່ງນັ້ນຈະມີຄວາມສ່ຽງຖືກປະລາໄຊ ໃນການເລືອກຕັ້ງຄັ້ງຕໍ່ໄປ, ເຊິ່ງຄາດວ່າຈະດຳເນີນໃນຕົ້ນປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ