ເຊີດຊູຄຸນງາມຄວາມດີ ຂອງທ່ານໝໍ ALexandre Yersin


ເຊີດຊູຄຸນງາມຄວາມດີ ຂອງທ່ານໝໍ ALexandre Yersin - ảnh 1

 ທ່ານໝໍ ALexandre Yersin

(ພາບ: yersin.edu.vn)

(vovworld) –​​ວັນ​ທີ 22/9, ຢູ່ນະຄອນ​ຍາ​ຈາງ, ​ແຂວງ​ແຄງ​ຮ່ວາ, ສະມາຄົມ​ນິຍົມ ​ ALexandre Yersin ໄດ້​ຈັດພິທີ​ສະ​ເຫຼີ​ມສະຫຼອງ 151 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ທ່ານໝໍ ALexandre Yersin (22/9/1863-22/9/2014). ທ່ານ​ນາງ​ຫງວຽນທິ​ເທ​ເຈີ​ມ, ປະທານສະມາຄົມ​ນິຍົມ ​ ALexandre Yersin ໄດ້​ເນັ້ນໜັກ​ວ່າ: ​ ALexandre Yersin ໄດ້ປະກອບສ່ວນ​ສ້າງ​ຄວາມ​ງາມ​ໃຫ້​ແກ່ຍາ​ຈາງ ​ແລະ ຫວຽດນາມ ​ໃນ​ກ່ວາ​ໜຶ່ງ​ສັດຕະວັດ​ຜ່ານ​ມາ. ທ່ານ​ສົມ​ເປັນ​ພົນລະ​ເມືອງ​ກິ​ຕິ​ມະ​ສັກຂອງຫວຽດນາມ. ​ໃນ​ໂອ​ກາດນີ້, ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຄງ​ຮວາ ​ໄດ້​ປະກາດ​ຂໍ້​ຕົກລົງ​ຂອງ​ລັດ​ກ່ຽວ​ກັບ​ການ​ມອບ​ນາມມະຍົດ “​ພົນລະ​ເມືອງ​ກິ​ຕິ​ມະ​ສັກຂອງຫວຽດນາມ“ ​ໃຫ້​ແກ່​ທ່ານໝໍ ALexandre Yersin.

   ທ່ານ​ໝໍ ALexandre Yersin ກຳ​ເນີ​ດຢູ່​ສະ​ວິດ, ຮຽນຈົບ​ມະຫາວິທະຍາ​ໄລ​ແພດ​ສາດ​ຢູ່ຝະລັ່ງ. ປີ 1891, ທ່ານ​ມາຫວຽດນາມ ​ແລະ ​ເລ​ືອກ​ຍາ​ຈາງ ​ແມ່ນ​ບ່ອນຢູ່​ອາ​ໄສ ​ແລະ ​ເຮັດ​ວຽກ​ຈົນ​ເຖິງ​ບັ້ນທ້າຍ​ຂອງ​ຊີວິດ. ທ່ານ​ແມ່ນ​ຜູ້​ກໍ່​ຕັ້ງ ​ແລະ ອະທິການ​ບໍດີ​ຜູ້​ທຳ​ອິດ​ຂອງ​ໂຮງຮຽນ​ການ​ແພດ​ດົງ​ເຢືອງ-ປະຈຸ​ບັນ​ແມ່ນ​ມະຫາວິທະຍາ​ໄລ​ແພດສາດ, ມະຫາວິທະຍາ​ໄລ​ການ​ຢາ​ຮ່າ​ໂນ້ຍ ​ແລະ ​ເປັນ​ຜູ້​ກໍ່ຕັ້ງສະ​ຖາ​ບັນ Pasteur ຍາ​ຈາງ./.

ຂ່າວ/ບົດ​ອື່ນ