ເຊີດຊູບັນດາກິດຈະກຳດີເດັ່ນແລະເປັນແບບຢ່າງໄລຍະ 2011-2015

ເຊີດຊູບັນດາກິດຈະກຳດີເດັ່ນແລະເປັນແບບຢ່າງໄລຍະ 2011-2015 - ảnh 1
ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກກ່າວ​ຄຳ​ເຫັນ​ທີ່​ພິ​ທີ
ພາບ:internet

(vovworld)-  ​ ຕອນ​ເຊົ້າ​ວັນ​ທີ 29/11 ຢູ່ ຮ່າ​ໂນ້ຍ, ອົງ​ຄະ​ນະ​ພັກ​ກຸ່ມ​ວິ​ສາ​ຫະ​ກິດ​ສູນ​ກາງ ໄດ້​ຈັດ​ຕັ້ງ​ພິ​ທີ​ເຊີ​ດ​ຊູ​ບັນ​ດາ​ກິດ​ຈະ​ກຳ, ຜະ​ລິດ​ຕະ​ພັນ, ບໍ​ລິ​ການ​ດີ​ເດັ່ນ ແລະ ເປັນ​ແບບ​ຢ່າງ​ໄລ​ຍະ 2011 -2015. ຄະ​ນະ​ຈັດ​ຕັ້ງ​ໄດ້​ເຊີດ​ຊູ 95 ສ່ວນ​ບຸກ​ຄົນ​ມີ​ຜົນ​ງານດີ​ເດັ່ນ​ໃນ​ຂະ​ບວ​ນ​ການ​ແຂ່ງ​ຂັນ​ອອກ​ແຮງ​ງານ, ກໍ່​ສ້າງ​ພັກ, ສ້າງ​ສາ ແລະ ພັດ​ທະ​ນາ​ວິ​ສາ​ຫະ​ກິດ ພ້ອມ​ທັງ​ເຊີດ​ຊູ 62 ໝູ່​ຄະ​ນະ ມີ​ກິດ​ຈະ​ການ, ຜະ​ລິດ​ຕະ​ພັນ, ບໍ​ລິ​ການ ທີ່​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ​ໄລ​ຍະ 2011-2015. ກ່າ​ວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ ແລະ ປ​ະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ຂອງ​ບັນ​ດາ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ​ດີ​ເດັ່ນ ພ້ອມ​ທັງ​ເນັ້ນ​ຫນັກ​ເຖິງ​ບັນ​ດາ​ມາດ​ຕະ​ການ​ຕ້ອງ​ປະ​ຕິ​ບັດ.

        “ຄວນ​ສຸມ​ໃສ່​ປ່ຽນ​ໃຫມ່, ຫັນ​ເຕັກ​ໂນ​ໂລ​ຊີ, ກາ​ນ​ຄຸ້ມ​ຄອງ ແລະ ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ເປັນ​ທັນ​ສະ​ໄຫມ, ພັດ​ທະ​ນາ​ວຽກ​ງານ​ຄົ້ນ​ຄວ້າ​ການ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ ແລະ ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.”

ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ປາດ​ຖະ​ຫນາ​ຢາກ​ບັນ​ດາ​ສ່ວນ​ບຸກ​ຄົນ, ໝູ່​ຄະ​ນະ​ທີ່​ໄດ້​ຮັບ​ການ​ເຊີດ​ຊູໃນ​ພິ​ທີສືບ​ຕໍ່​ເປັນ​ແວ່ນ​ແຍງອັນ​ໃສ​ແຈ້ງ, ປະ​ກອບ​ສ່ວນ​ພັດ​ທະ​ນາ​ຂະ​ບວນ​ການ​ແຂ​່ງ​ຂັນ, ສ້າງ​ກຳ​ລັງ​ຫນູນ ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​ກຸ່ມ​ວິ​ສາ​ຫະ​ກິດ​ສູນ​ກາງ ນັບ​ມື້​ນັບ​ພັດ​ທະ​ນາ.


ຂ່າວ/ບົດ​ອື່ນ