ເຊີດຊູບັນດາຄຸນຄ່າປະຫວັດສາດ

(VOVWORLD) -ຕອນເຊົ້າວັນທີ 06 ພຶດສະພາ, ຢູ່ແຂວງ ດ້ຽນບຽນ, ໄດ້ຈັດພິທີສະເຫຼີມສະຫຼອງ 110 ປີແຫ່ງວັນສ້າງຕັ້ງແຂວງ, 70 ປີແຫ່ງວັນສ້າງຕັ້ງອົງຄະນະພັກແຂວງ ແລະ 65 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ.

ເຊີດຊູບັນດາຄຸນຄ່າປະຫວັດສາດ - ảnh 1(ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ

ກ່າວຄຳເຫັນທີ່ພິທີໂຮມຊຸມນຸມມິດຕິງ)

ລາຍການໂດຍມີການເຂົ້າຮ່ວມຂອງການນຳພັກ, ລັດ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ພ້ອມກັບພະນັກງານ, ນັກຮົບ, ກຳລັງປະກອບອາວຸດ, ບັນດາອົງການ, ໝູ່ຄະນະ ແລະ ປະຊາຊົນກວ່າ 2.300 ຄົນ.

        ກ່າວຄຳເຫັນທີ່ພິທີໂຮມຊຸມນຸມມິດຕິງ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ເນັ້ນໜັກວ່າ, ພິທີສະເຫຼີມສະຫຼອງຖືກຈັດຂຶ້ນກົງກັບ 65 ປີແຫ່ງວັນໄຊຊະນະ ດ້ຽນບຽນຟູ. ນີ້ແມ່ນເຫດການທີ່ມີຄວາມໝາຍດ້ານການເມືອງຢ່າງເລິກເຊິ່ງ.

        “ໃນຈຸດເວລານີ້, ພວກເຮົາສະແດງຄວາມຮູ້ບຸນຄຸນຕໍ່ປະທານໂຮ່ຈິມິນ ຜູ້ຍິ່ງໃຫຍ່, ອາໄລຫາພົນເອກ ຫວໍງວຽນຢ໊າບ ແລະ ຈາລຶກບຸນຄຸນອັນໃຫຍ່ຫຼວງຂອງບັນດານາຍທະຫານ, ພະນັກງານ, ນັກຮົບ, ທະຫານ ແລະ ປະຊາຊົນໃນທົ່ວປະເທດທີ່ໄດ້ຕໍ່ສູ້, ເສຍສະຫຼະຊີວິດຢ່າງພິລະອາດຫານ ອັນໄດ້ສ້າງເປັນໄຊຊະນະ ດ້ຽນບຽນຝູ ນີ້ຕະຫຼອດໄປ. ນີ້ແມ່ນບົດຮຽນອັນລ້ຳຄ່າໃນການປົກປັກຮັກສາປະເທດຊາດ ໃນປະຈຸບັນ ແລະ ໃນອະນາຄົດ”.

        ໃນໄລຍະສັນຕິພາບ, ແຂວງ ດ້ຽນບຽນ ກໍ່ບັນລຸໄດ້ຜົນງານຫຼາຍຢ່າງໃນການພັດທະນາເສດຖະກິດ, ສັງຄົມ ກໍຄືການເຊື່ອມໂຍງເຂົ້າກັບສາກົນ. ດ້ວຍຄວາມຮຽກຮ້ອງລວມໃນການພັດທະນາຂອງປະເທດຊາດໃນໄລຍະຈະມາເຖິງ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໊ອງ  ສະເໜີວ່າ.

        “ສູ້ຊົນຮອດປີ 2020 ຈະກາຍເປັນແຂວງພັດທະນາປານກາງໃນເຂດພູພຽງ ແລະ ເຂດພູດອຍທາງພາກເໜືອ, ພັດທະນາກະສິກຳ, ປ່າໄມ້ຕາມທິດຜະລິດເປັນສິນຄ້າ, ຍົກສູງຄວາມສາມາດເຊື່ອມຕໍ່ກັບບັນດາແຂວງເພື່ອນມິດ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງ; ພິເສດແມ່ນການພັດທະນາການທ່ອງທ່ຽວບໍລິການ, ໂດຍສະເພາະແມ່ນທ່ອງທ່ຽວວັດທະນະທຳ, ປະຫວັດສາດ, ຊີວະພາບ; ປະຕິບັດວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຢ່າງມີປະສິດທິຜົນ; ສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມືພ້ອມກັນພັດທະນາ…”

        ພາຍຫຼັງຂັ້ນຕອນຈັດພິທີ ແມ່ນລາຍການເດີນຂະບວນສວນສະໜາມສະແດງກ້ອນກຳລັງ ໂດຍມີການເຂົ້າຮ່ວມຂອງທະຫານ, ຕຳຫຼວດ, ອະດີດນັກຮົບ, ຊາວໜຸ່ມ, ແມ່ຍິງ, ຊາວກະສິກອນ... ກວ່າ 2.300 ຄົນ. ພ້ອມກັນນັ້ນແມ່ນລາຍການສະແດງສິລະປະ “ດ້ຽນບຽນຝູ - ບົດເພງໄຊອະມະຕະ”.

ຕອບກັບ

ຂ່າວ/ບົດ​ອື່ນ