ເຊີດຊູບັນດານັກທຸ ລະກິດ,ວິສາຫະກິດ ໄດ້ຮັບລາງວັນ “ການຄ້າການບໍລິການ ຫວຽດນາມ ປີ 2013“


ເຊີດຊູບັນດານັກທຸ ລະກິດ,ວິສາຫະກິດ ໄດ້ຮັບລາງວັນ “ການຄ້າການບໍລິການ ຫວຽດນາມ ປີ 2013“ - ảnh 1

(ພາບ: baomoi.com)

 (vovworld)- ພິທີເຊີດ​ຊູ​ບັນດາ​ນັກທຸລະກິດ, ວິ​ສາ​ຫະກິດ​​ໄດ້ຮັບ​ລາງວັນ “ການ​ຄ້າ​ການ​ບໍລິການ​ຫວຽດນາມ ປີ 2013“ ໄດ້ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າວັນ​ທີ 19/4 ຢູ່​ຮ່າ​ໂນ້ຍ. ຄະນະ​ຈັດຕັ້ງ​ໄດ້​ມອບ​ລາງ​ວັນ​ໃຫ້​ແກ່ຜູ້ຕາງໜ້າວິ​ສາ​ຫະກິດ, ນັກທຸລະກິດ​ດິ​ເດັ່ນ 30 ຄົນ ​ແລະ ວິ​ສາ​ຫະກິດ​ດີ​ເດັ່ນ 60 ​ແຫ່ງ​ທີ່​ເຄື່ອນ​ໄຫວ​ໃນ​ບັນດາ​ຂົງ​ເຂດ ການ​ຄ້າ​ການ​ບໍລິການ​ຊື່​ງຫວຽດນາມ ​ໄດ້​ໃຫ້​ຄຳໝັ້ນສັນຍາ​ເມື່ອ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ໂດ້ທັງ​ຫາຍ ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ນັກທຸລະກິດ, ວິ​ສາ​ຫະກິດ ​ແລະ ທ່ານ​ເນັ້ນໜັກ​ວ່າ​:

   “ນີ້​ແມ່ນ​ບັນດາວິ​ສາ​ຫະກິດ ນັກທຸລະກິດໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເຕີບ​ໂຕ​ຂອງ​ພື້ນຖານ​ເສດຖະກິດ​ເວົ້າລວມ ​ແລະ ​ ​ຂົງເຂດການ​ຄ້າ​ການ​ບໍລິ ການ​ຫວຽດນາມ ​ເວົ້າສະ​ເພາະ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ຂ້າພະ​ເຈົ້າປາດ​ຖະໜາ​ວ່າ ບັນດາວິ​ສາ​ຫະກິດ, ນັກທຸລະກິດຈະ​ສືບ​ຕໍ່​ມານະ​ພະຍາຍາມ, ພະຍາຍາມ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ຄັງ​ຄົມຂອງ​ປະ​ເທດ​ຊາດ ​ແລະ ຜົນ​ສ​ຳເລັດ​ຂອງ​ວິ​ສາ​ຫະກິດ​ເອງ​ຫຼາຍ​ກ່ວາ​ອີກ“./.

ຂ່າວ/ບົດ​ອື່ນ