ເຊີດຊູບັນດາແບບຢ່າງດີເດັ່ນໃນພາລະກິດການສຶກສາ

(VOVWORLD) - ທ່ານ ຫງວຽນດືກຈູງ, ປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ, ໄດ້ຕີລາຄາຄວາມສຸດຈິດສຸດໃຈຂອງບັນດາອ້າຍຄູ, ເອື້ອຍຄູ ໄດ້ປະກອບສ່ວນເຂົ້າໃນບັນດາຜົນງານດີເດັ່ນຂອງຂະແໜງການສຶກສາ 
ເຊີດຊູບັນດາແບບຢ່າງດີເດັ່ນໃນພາລະກິດການສຶກສາ - ảnh 1 ບັນດາແບບຢ່າງໄດ້ຮັບການເຊີດຊູ

ຕອນບ່າຍວັນທີ 20 ພະຈິກ, ເນື່ອງໃນໂອກາດສະເຫຼີມສະຫຼອງ 35 ປີແຫ່ງວັນຄູ ຫວຽດນາມ (20/11/1982 – 20/11/2017), ນະຄອນຫຼວງ ຮ່າໂນ້ຍ ໄດ້ຈັດຕັ້ງການມອບນາມມະຍົດຄູອາຈານ ປະຊາຊົນ, ຄູອາຈານດີເດັ່ນ ປີ 2017 ໃຫ້ ຄູອາຈານດີເດັ່ນຂອງນະຄອນຫຼວງ 22 ຄົນ. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນດືກຈູງ, ປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ, ໄດ້ຕີລາຄາຄວາມສຸດຈິດສຸດໃຈຂອງບັນດາອ້າຍຄູ, ເອື້ອຍຄູ ໄດ້ປະກອບສ່ວນເຂົ້າໃນບັນດາຜົນງານດີເດັ່ນຂອງຂະແໜງການສຶກສາ ນະຄອນຫຼວງໃນຊຸມປີຜ່ານມາ. ທ່ານ ຫງວຽນດືກຈູງ ຫວັງວ່າ: ບັນດາອ້າຍຄູ, ເອື້ອຍຄູ ສືບຕໍ່ເສີມຂະຫຍາຍມູນເຊື້ອ, ນຳຂະແໜງການສຶກສານະຄອນຫຼວງຂຶ້ນສູ່ລະດັບສູງໃໝ່, ບຳລຸງສ້າງບັນດາຖັນແຖວລູກສິດດີເດັ່ນ, ກາຍເປັນບັນດາພົນລະເມືອງມີຜົນປະໂຫຍດໃຫ້ແກ່ນະຄອນຫຼວງ ແລະ ປະເທດຊາດ.

        ຕອນຄ່ຳວັນດຽວກັນ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການຍ້ອງຍໍຊົມເຊີຍນາມມະຍົດ “ຄູອາຈານໜຸ່ມດີເດັ່ນ ນະຄອນ ໂຮ່ຈີມິນ” ປີ 2017. ລາຍການໄດ້ຍ້ອງຍໍຊົມເຊີຍຄູອາຈານໜຸ່ມດີເດັ່ນປີ 2017 ແມ່ນການສືບທອດການເຄື່ອນໄຫວເຊີດຊູອາຊີບສິດສອນທີ່ສູງສົງໂດຍຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ຈັດຕັ້ງໃນ 10 ປີຜ່ານມາ.

        ແລະກໍ່ໃນວັນດຽວກັນ, ພະແນກການສຶກສາ ແລະ ບຳລຸງສ້າງແຂວງ ຮ່ວາບີ່ງ ໄດ້ຈັດຕັ້ງພິທີມອບນາມມະຍົດຄູອາຈານດີເດັ່ນຄັ້ງທີ 4, ປີ 2017 ໃຫ້ຄູອາຈານ 7 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ