ເຊີດຊູ“ວິສາຫະກິດເພື່ອຄົນງານ”ປີ 2014

ເຊີດຊູ“ວິສາຫະກິດເພື່ອຄົນງານ”ປີ 2014 - ảnh 1
ພາບ​ປະ​ກອບ:internet

(vovworld)-​​ ຕອນ​ເຊົ້າ​ວັນ​ທີ 25/10 ຢູ່ ຮ່າ​ໂນ້ຍ, ຫນັງ​ສື​ພີມ​ລາວ​ດົ້ງ(ແປ່​ວ່າ​ແຮງ​ງານ) ໄດ້​ສົມ​ທົບ​ກັບ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ, ກະ​ຊວງ​ແຮງ​ງານ​ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ, ຫ້ອງ​ການ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ ຈັດ​ຕັ້ງ​ພິ​ທີ​ເຊີດ​ຊູ “ວິ​ສາ​ຫະ​ກິດ​ເພື່ອ​ຄົນ​ງານ” ຄັ້ງ​ທີ 1.

        85 ວິ​ສາ​ຫະ​ກິດ​ພົ້ນ​ເດັ່ນ​ໄດ້​ຮັບ​ການ​ເຊີດ​ຊູ​ໃນ​ຄັ້ງ​ນີ້ ແມ່ນ​ບັນ​ດາ​ຫົວ​ຫນ່ວຍ​ມີ​ສະ​ພາບ​ແວດ​ລ້ອມ​ເຮັດ​ວຽກ​ທີ່​ດີ, ສົມ​ທົບ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ຫວຽດ​ນາມ ຢ່າງ​ກົມ​ກຽວ ແລະ ມຸ່ງ​ໄປ​ເຖິງ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ຖານ​ສາ​ກົນ​ກ່ຽວ​ກັບ​ແຮງ​ງານ. ພິ​ເສດ ນີ້​ແມ່ນ​ບັນ​ດາ​ວິ​ສາ​ຫະ​ກິດ​ບັນ​ລຸ​ມາດ​ຖານ​ຄັດ​ເລືອກ ໃນ​ການ​ຈ່າຍ​ປະ​ກັນ​ສັງ​ຄົມ​ໃຫ້​ແກ່​ຄົນ​ງານ​​ສຳ​ເລັດຜົນ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ ດັ້ງ​ງອກ​ຕູງ, ປະ​ທານ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ ເນັ້ນ​ຫນັກ​ວ່າ:

        “ຜ່ານ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ວິ​ສາ​ຫະ​ກິດ​ເພື່ອ​ຄົນ​ງານ, ພວກ​ຂ້າ​ພະ​ເຈົ້າ​ຢາກ​ຍ້ອງ​ຍໍ​ສັນ​ລະ​ເສີນ, ທະ​ວີ​ຄູນ​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ ໄດ້​ມາ​ນະ​ພະ​ຍາ​ຍາມ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ເຮັດ​ວຽກ​ຢ່າງບໍ່​ຢຸດຢັ້ງ, ເອົາ​ໃຈ​ໃສ່​ເຖິງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ກຳ​ມະ​ກອນ.”

ຂ່າວ/ບົດ​ອື່ນ