ເຊີດຊູແບບຢ່າງໄວໜຸ່ມຫວຽດນາມດີເດັ່ນ 10 ຄົນໃນປີ 2018

(VOVWORLD) - ແບບຢ່າງໄວໜຸ່ມຫວຽດນາມດີເດ່ັນ 10 ຄົນ ທີ່ໄດ້ຮັບການຍ້ອງຍໍຊົມເຊີຍໃນຄັ້ງນີ້ ແມ່ນບັນດາຊາວໜຸ່ມທີ່ດີເດັ່ນ, ມີອາຍຸຕໍ່າກວ່າ 35 ປີ, ເຊິ່ງພວມຮໍ່າຮຽນ, ຄົ້ນຄວ້າວິທະຍາສາດ, ເຮັດວຽກທັງຢູ່ພາຍໃນ ແລະ ຕ່າງປະເທດ; ມີຜົນງານດີເລີດໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ

        ຕອນຄໍ່າວັນທີ 19 ມີນາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນພິທີຍ້ອງຍໍຊົມເຊີຍແບບຢ່າງໄວໜຸ່ມຫວຽດນາມດີເດັ່ນ 10 ຄົນ ໃນປີ 2018 ດ້ວຍຫົວຂໍ້ວ່າ “ຄວາມຄາດຫວັງຢາກພິຊິດບັນດາຈຸດສູງສຸດ.

ເຊີດຊູແບບຢ່າງໄວໜຸ່ມຫວຽດນາມດີເດັ່ນ 10 ຄົນໃນປີ 2018 - ảnh 1ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ  ມອບໃບຍ້ອງຍໍໃຫ້ແບບຢ່າງໄວໜຸ່ມຫວຽດນາມດີເດັ່ນ 10 ຄົນໃນປີ 2018 (ພາບ: tuoitrethudo.com.vn)

        ແບບຢ່າງໄວໜຸ່ມຫວຽດນາມດີເດ່ັນ 10 ຄົນ ທີ່ໄດ້ຮັບການຍ້ອງຍໍຊົມເຊີຍໃນຄັ້ງນີ້ ແມ່ນບັນດາຊາວໜຸ່ມທີ່ດີເດັ່ນ, ມີອາຍຸຕໍ່າກວ່າ 35 ປີ, ເຊິ່ງພວມຮໍ່າຮຽນ, ຄົ້ນຄວ້າວິທະຍາສາດ, ເຮັດວຽກທັງຢູ່ພາຍໃນ ແລະ ຕ່າງປະເທດ; ມີຜົນງານດີເລີດໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຜ່ານນັ້ນສ້າງກໍາລັງໜູນພັດທະນາຄວາມເກັ່ງກ້າສາມາດຂອງໄວໜຸ່ມ ແລະ ຊຸກຍູ້ຂະບວນການແຂ່ງຂັນໃນການສຶກສາຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ຄົ້ນຄວ້າວິທະຍາສາດ, ການອອກແຮງງານ, ປະດິດຄິດສ້າງ... ໃນໝູ່ໄວໜຸ່ມ, ເຍົາວະຊົນ.

        ກ່າວຄໍາເຫັນທີ່ພິທີເຊີດຊູ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ປາດຖະໜາວ່າ ບັນດາບຸກຄົນທີ່ໄດ້ຮັບການຍ້ອງຍໍຊົມເຊີຍໃນຄັ້ງນີ້ ຍາມໃດກໍຕຕ້ອງມີຄວາມຮັບຮູ້ກ່ຽວກັບເຖິງໜ້າທີ່ອັນສໍາຄັນ ແລະ ພາລະກໍາອັນສູງສົ່ງຂອງຕົນ; ຈົ່ງຝຶກຝົນຫຼໍ່ຫຼອມ, ສຶກສາຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ວິຖີຊີວິດຂອງປະທານໂຮ່ຈີມິນຢ່າງບໍ່ຢຸດຢັ້ງ, ທຸ່ມເທເຫື່ອແຮງ ແລະຄາດຫວັງຢາກອຸທິດສ່ວນ ເພື່ອສືບຕໍ່ປະຕິບັດຄວາມໃຝ່ຝັນ ແລະ ແຜ່ຂະຫຍາຍຢ່າງແຮງກວ່າອີກໃນວົງການໄວໜຸ່ມເວົ້າສະເພາະ ແລະ ສັງຄົມເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ