ເຊື່ອມຕໍ່ການສະຫນອງ-ຄວາມຕ້ອງການຜະລິດຕະພັນກະເສດປອດສານພິດແລະປອດໄພ

(VOVWORLD) -ໃນຂອບເຂດງານຕະຫລາດນັດຜະລິດຕະພັນກະເສດປອດສານພິດແລະປອດໄພ ດຳເນີນແຕ່ວັນທີ 19 ຫາວັນທີ 23 ສິງຫາ, 
ເຊື່ອມຕໍ່ການສະຫນອງ-ຄວາມຕ້ອງການຜະລິດຕະພັນກະເສດປອດສານພິດແລະປອດໄພ - ảnh 1 ພາບປະກອບ

ຕອນບ່າຍວັນທີ 19 ສິງຫາ, ຄະນະກຳມະການປະຊາຊົນ ນະຄອນ ເກີນເທີ ໄດ້ສົມທົບກັບສະມາຄົມວິສາຫະກິດສິນຄ້າ ຫວຽດນາມ ມີຄຸນນະພາບສູງ, ສະຖາບັນເສດຖະກິດ ສັງຄົມ ເກີນເທີ ໄດ້ຈັດຕັ້ງ ກອງປະຊຸມສຳມະນາ “ເຊື່ອມຕໍ່ການສະຫນອງ ຄວາມຕ້ອງການ ຜະລິດຕະພັນກະເສດ ແລະ ປອດໄພ ປີ 2017”. ເຂົ້າຮ່ວມກອງປະຊຸມສຳມະນາ, ມີຜູ້ແທນ 150 ຄົນ, ໃນນັ້ນ ມີ10  ບໍລິສັດຈຳຫນ່າຍ, ຮ້ານຊັບພະສິນຄ້າຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມກັບບັນດາສະຫະກອນ, ວິສາຫະກິດເຂດຕາເວັນຕົກພາກໃຕ້. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາງ ຫວູກີມແຫ້ງ, ປະທານສະມາຄົມວິສາຫະກິດສິນຄ້າຫວຽດນາມ ມີຄຸນນະພາບສູງ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າພວມພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອເຊື່ອມຕໍ່ວິສາຫະກິດສິນຄ້າຫວຽດນາມ ມີຄຸນນະພາບສູງ ດ້ວຍຫລາຍລະບົບຈຳຫນ່າຍ. ໃນປີ 2017,  ພວກຂ້າພະເຈົ້າຍູ້ແຮງລາຍການບັນດາຕະຫລາດນັດຜະລິດຕະພັນກະເສດປອດສານພິດ. ຫວັງວ່າ ດ້ວຍຄວາມມານະພະຍາຍາມຈັດຕັ້ງການເຄື່ອນໄຫວຕ່າງໆນັ້ນ, ພວກເຈົາຈະສ້າງຫລາຍກາລະໂອກາດໃຫ້ແກ່ບັນດານັກຜະລິດຊອກໄດ້ລູກຄ້າຂອງຕົນ.”

ຕອບກັບ

ຂ່າວ/ບົດ​ອື່ນ