ເຊື່ອມຕໍ່ບັນດາວິສາຫະກິດເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງຂອງຊາວຫວຽດນາມຢູ່ອາເມລິກາ ແລະ ຫວຽດນາມ

(VOVWORLD) -ວັນທີ 9 ທັນວາ, ທີ່ນະຄອນ ຊານຟານຊິດໂກ ປະເທດອາເມລິກາ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດທີ່ຂຶ້ນກັບກະຊວງການຕ່າງປະເທດຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ຈັດເວທີປາໄສເຊື່ອມຕໍ່ບັນດາວິສາຫະກິດເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງຂອງຊາວຫວຽດນາມຢູ່ອາເມລິກາ ແລະ ຫວຽດນາມ. 
ເຊື່ອມຕໍ່ບັນດາວິສາຫະກິດເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງຂອງຊາວຫວຽດນາມຢູ່ອາເມລິກາ ແລະ ຫວຽດນາມ - ảnh 1ທ່ານ ຫງວຽນຖ້ຽນເຍີນ ເລຂາຄະນະພັກນະຄອນໂຮ່ຈິມິນ ກ່າວຄຳເຫັນທີ່ເວທີປາໄສ 

     ທີ່ເວທີປາໄສ, ທ່ານ ຫງວຽນຖ້ຽນເຍີນ ເລຂາຄະນະພັກນະຄອນໂຮ່ຈິມິນ ໃຫ້ຂໍ້ສັງເກດວ່າ : ນີ້ແມ່ນໂອກາດທີ່ດີເພື່ອໃຫ້ບັນດາວິສາຫະກິດຢູ່ນະຄອນໂຮ່ຈິມິນ ແລະ ອາເມລິກາພ້ອມກັນແລກປ່ຽນກ່ຽວກັບໂອກາດການລົງທຶນ, ຮ່ວມທຸລະກິດ, ນະຄອນໂຮ່ຈິມິນຫວັງວ່າ ບັນດາວິສາຫະກິດເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງຈົ່ງແລກປ່ຽນ, ແບ່ງປັນບົດຮຽນນຳກັນ, ຈາກນັ້ນ ນະຄອນຈະມີບັນດາບາດກ້າວພັດທະນາທີ່ເໝາະສົມແນໃສ່ຍູ້ແຮງຂະບວນການເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ