ເຊື່ອມໂຍງເຂົ້າກັບເສດຖະກິດສາກົນ: ກາລະໂອກາດເຂົ້າໄປຕະຫຼາດ ການາດາ

(VOVWORLD) -ສິນຄ້າປະເພດຕ່າງໆທີ່ ຫວຽດນາມ ສົ່ງໄປຍັງ ການາດາ ໄດ້ຮັບການຄາດຄະເນວ່າ ຈະເພີ່ມຂຶ້ນຢ່າງແຮງ ລວມມີ: ເຄື່ອງຕໍ່າແຜ່ນຕັດຫຍິບ, ເກີບໜັງ, ກະເປົາ, ເຄື່ອງພຣາດສະຕິກ ແລະ ເຄື່ອງເຟີນີເຈີ.

        ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ມີຜົນສັກສິດ ໄດ້ຮັບການຄາດຫວັງວ່າ ຈະຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ລະຫວ່າງຫວຽດນາມ ແລະ ການາດາ ໃຫ້ພັດທະນາກວ່າອີກ. ຕາມນັ້ນແລ້ວ, ດ້ວຍຂັ້ນຕອນຫຼຸດຜ່ອນພາສີວ່ອງໄວພໍສົມຄວນຂອງການາດາ, ຈາກ 17 – 18% ລົງຮອດ 0% ໃນຮອບເວລາ 03 ປີ ຈະສ້າງກາລະໂອກາດອັນໃຫຍ່ຫຼວງ ໃຫ້ບັນດາວິສາຫະກິດຫວຽດນາມ, ໂດຍສະເພາະແມ່ນວິສາຫະກິດສົ່ງອອກບັນດາປະເພດສິນຄ້າທີ່ໄດ້ຮັບການຄາດຄະເນວ່າ ຈະເຕີບໂຕຢ່າງແຮງຄື ເຄື່ອງຕໍ່າແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງເຟີນີເຈີ...

        ທີ່ການຕ້ອນຮັບທ່ານ Chris Forbes, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ທັນຍາຫານ ການາດາ ຫວ່າງມໍ່ໆມານີ້, ທ່ານ ໂດ໊ແທັງຫ໋າຍ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ໃຫ້ຮູ້ວ່່າ: ປີ 2018, ຍອດວົງເງິນການຄ້າ 2 ປະເທດ ບັນລຸກວ່າ 3,80 ຕື້ USD, ເພີ່ມຂຶ້ນກວ່າ 10% ເມື່ອທຽບໃສ່່ປີ 2017. ຕາມນັ້ນແລ້ວ, ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງ ການາດາ ບັນລຸກວ່າ 3 ຕື້ USD, ເພີ່ມຂຶ້ນເກືອບ 11% ເມື່ອທຽບໃສ່ປີ 2017, ວົງເງິນນໍາເຂົ້າບັນລຸ 858 ລ້ານ USD, ເພີ່ມຂຶ້ນ 10%. ນັບແຕ່ປີ 2019 ເປັນຕົ້ນໄປ, ສິນຄ້າປະເພດຕ່າງໆທີ່ ຫວຽດນາມ ສົ່ງໄປຍັງ ການາດາ ໄດ້ຮັບການຄາດຄະເນວ່າ ຈະເພີ່ມຂຶ້ນຢ່າງແຮງ ລວມມີ: ເຄື່ອງຕໍ່າແຜ່ນຕັດຫຍິບ, ເກີບໜັງ, ກະເປົາ, ເຄື່ອງພຣາດສະຕິກ ແລະ ເຄື່ອງເຟີນີເຈີ.

        ປັດຈຸບັນ ການາດາ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 3 ຂອງຫວຽດນາມ ໃນພາກພື້ນ ອາເມລິກາ (ຖັດຈາກ ອາເມລິກາ ແລະ ບຣາຊີນ) ແລະ ກົງກັນຂ້າມ ຫວຽດນາມ ແມ່ນຄູ່ຮ່ວມມືໃຫຍ່ທີ່ສຸດຂອງ ການາດາ ໃນກຸ່ມ ອາຊຽນ.


ຕອບກັບ

ຂ່າວ/ບົດ​ອື່ນ