ເດືອນເພື່ອກຳມະກອນປີ2017:ສືບຕໍ່ເອົາໃຈໃສ່ເຖິງຊີວິດການເປັນຢູ່ງອງກຳມະກອນ

(VOVWORLD)-ສະຫະພັນແຮງງານນະຄອນໂຮ່ຈິມີນ ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງທີ່ມີຄວາມໝາຍ ສະແດງໃຫ້ເຫັນຄວາມເອົາໃຈໃສ່ເຖິງຊີວິດການເປັນຢູ່ກຳມະກອນຜູ້ອອກແຮງງານ, ພິເສດກຳມະກອນແມ່ນຊາວຊົນເຜົ່າສ່ວນຫນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ, ກຳມະກອນຖືກອຸປະຕິເຫດໃນການອອກແຮງງານ. 
ເດືອນເພື່ອກຳມະກອນປີ2017:ສືບຕໍ່ເອົາໃຈໃສ່ເຖິງຊີວິດການເປັນຢູ່ງອງກຳມະກອນ - ảnh 1 ມອບຂອງຂວັນໃຫ້ລູກຫລານຂອງກຳມະກອນ

ກຳມະບານເຂດອຸດສາຫະກຳ - ເຂດຜະລິດສົ່ງອອກ ຮ່າໂນ້ຍ ໄດ້ຈັດຕັ້ງພິທີປຸກລະດົມເດືອນເພື່ອກຳມະກອນ, ເດື່ອນເຄື່ອນໄຫວກ່ຽວກັບຄວາມປອດໄພຫລັກອະນາໄມໃນການອອກແຮງງານ. ໃນໂອກາດນີ້, ຄະນະຈັດຕັ້ງໄດ້ຍ້ອງຍໍກຳມະກອນດີເດັ່ນ 231 ຄົນ ແລະ ກຳມະກອນມີຫົວຄິດປະດິດສ້າງ 114 ຄົນ. ສະຫະພັນແຮງງານ ແຂວງ ຫວີງລອງ ກໍ່ໄດ້ສົມທົບກັບກຳມະບານບັນດາເຂດອຸດສາຫະກຳແຂວງ ຫວີງລອງ ຈັດຕັ້ງລາຍການມອບຂອງຂວັນໃຫ້ແກ່ລູກຂອງກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກ. 

ຕອບກັບ

ຂ່າວ/ບົດ​ອື່ນ