ເທື່ອທຽນ - ເຫ້ວ: ງານບຸນດອກບົວ - ສົ່ງເສີມການທ່ອງທ່ຽວເຫ້ວ

(VOVWORLD) -ຕອນຄ່ຳວັນທີ 29 ມິຖຸນາ, ຢູ່ນະຄອນເຫ້ວ, ພະແນກທ່ອງທ່ຽວແຂວງເທື່ອທຽນ-ເຫ້ວ ໄດ້ໄຂງານບຸນດອກບົວ 2018 ດ້ວຍຫົວຂໍ້ວ່າ “ຕຳນານດອກບົວ”.

ເທື່ອທຽນ - ເຫ້ວ: ງານບຸນດອກບົວ - ສົ່ງເສີມການທ່ອງທ່ຽວເຫ້ວ - ảnh 1 ງານບຸນດອກບົວ - ສົ່ງເສີມການທ່ອງທ່ຽວເຫ້ວ

(ພາບ: netcodo.com.vn)

ງານບຸນດອກບົວ 2018 ລວມມີ 4 ລາຍການຄື: ສີສັນດອກບົວ, ລົດຊາດຂອງດອກບົວ, ສີຂອງດອກບົວ ແລະ ຈຸດຄວາມງາມຂອງດອກບົວ. ລາຍການສີສັນດອກບົວ ແມ່ນເວທີສະແດງຊຸດເຊື້ອຍາວດອກບົວ, ປະສົມປະສານກັບບັນດາລາຍການຟ້ອນລຳທຳເພງທີ່ເປັນເອກະລັກສະເພາະ. ລາຍການ ລົດຊາດຂອງດອກບົວ ແມ່ນແຫ່ງດຳເນີນບັນດາການເຄື່ອນໄຫວຊື້ຂາຍ ແລະ ແນະນຳກ່ຽວກັບອາຫານການກິນ, ຂາຍບັນດາຜະລິດຕະພັນຈາກດອກບົວ. ທ່ານເລຮິວມິງ, ຜູ້ຮັກສາການຫົວໜ້າພະແນກທ່ອງທ່ຽວແຂວງເທື່ອທຽນ-ເຫ້ວ, ໃຫ້ຮູ້ວ່າ.

      “ດອກບົວແມ່ນດອກໄມ້ສັນຍາລັກຂອງຊາດຫວຽດນາມ, ດອກບົວບໍ່ພຽງແຕ່ມີຄຸນຄ່າທາງດ້ານວັດທະນະທຳສຳລັບຊາດເທົ່ານັ້ນ, ຫາກຍັງໃນຊີວິດຂອງປະຊາຊົນເຫ້ວ ດອກບົວໄດ້ຕິດພັນກັບຊີວິດທາງດ້ານອາຫານການກິນ, ບົດກະວີ, ສະຖາປັດຕະຍາກຳ… ອີກດ້ວຍ. ໂດຍເລີ່ມມາຈາກແນວຄວາມຄິດນັ້ນ, ພວກຂ້າພະເຈົ້າຈຶ່ງຈັດງານບຸນດອກບົວ ແລະ ຈາກຜົນສຳເລັດຂອງງານບຸນດັ່ງກ່າວ, ໃນຊຸມປີຕໍ່ໄປພວກຂ້າພະເຈົ້າຈະຈັດຕັ້ງດ້ວຍຂອບຂະໜາດໃຫຍ່ກວ່າ.”

ຕອບກັບ

ຂ່າວ/ບົດ​ອື່ນ