ເທື່ອທຽນເຫ້ວໄຂວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດພູດອຍ

(VOVWORLD) -ຕອນຄ່ຳວັນທີ 16 ພຶດສະພາ ຢູ່ ເມືອງເຂດພູດອຍ ອາເລືອຍ ໄດ້ໄຂວັນບຸນ “ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ບັນດາເຜົ່າ ເຂດພູດອຍ” ແຂວງ ເທື່ອທຽນເຫ້ວ ຄັ້ງທີ 12. 

ເທື່ອທຽນເຫ້ວໄຂວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດພູດອຍ - ảnh 1ການແຂ່ງຂັນກິລາໃນງານບຸນ

ພາບ:ອິນເຕີແນັດ

ວັນບຸນ ໄດ້ດຳເນີນແຕ່ວັນທີ 15 – 17 ພຶດສະພາ ໄດ້ເຕົ້າໂຮມນັກສະແດງ, ນັກກິລາເກືອບ 500 ຄົນ ທີ່ມາຈາກບັນດາເຜົ່າສ່ວນຫນ້ອຍ ຂອງ 5 ເມືອງ ແລະ ເທດສະບານໃນບໍລິເວນແຂວງ. ນີ້ແມ່ນການເຄື່ອນໄຫວຖືກຈັດຕັ້ງ  2 ປີເທື່ອຫນຶ່ງ. ໃນໂອກາດນີ້, ພະແນກວັດທະນະທຳກິລາ ແຂວງ ເທື່ອທຽນເຫ້ວ ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງເພື່ອຮັບໃຊ້ປະຊາຊົນບັນດາເຜົ່າສ່ວນຫນ້ອຍ ແລະ ນັກທ່ອງທ່ຽວ. ທ່ານ ກາວຈີຫາຍ, ຮອງຫົວຫນ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງເທື່ອທຽນເຫ້ວ ໃຫ້ຮູ້ວ່າ:

        “ບັນດາການເຄື່ອນໄຫວຄັ້ງນີ້ແມ່ນອຸດົມສົມບູນ ດ້ວຍນັກສະແດງ ແລະ ນັກກິລາເກືອບ 400 ຄົນ. ຄຽງຄູ່ກັນນັ້ນ ບັນດາເມືອງດັ່ງກ່າວກໍ່ໄດ້ສົ່ງເສີມການທ່ອງທ່ຽວ, ໃນນັ້ນ ມີງານບຸນເຂົ້າໃຫມ່ຂອງປະຊາຊົນທ້ອງຖິ່ນ ແລະ ການເຄື່ອນໄຫວຈຳນວນຫນຶ່ງກ່ຽວກັບອາຫານການກິນທີ່ອຸດົມສົມບູນ. ການເຄື່ອນໄຫວຄັ້ງນີ້ໄດ້ດຶງດູດປະຊາຊົນເຂົ້າຮ່ວມເປັນຈຳນວນຫລວງຫລາຍ.”

 

ຕອບກັບ

ຂ່າວ/ບົດ​ອື່ນ