ເນປານມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກແຜ່ນດິນໄຫວ

ເນປານມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກແຜ່ນດິນໄຫວ - ảnh 1
ກຳ​ລັງ​ກູ້​ໄພ​ກູ້​ຊີບ​ຢູ່​ເຮືອນຫຼັງ​ໜຶ່ງ​ທີ່​ນະ​ຄອນ Kathmandu, Nepal
(ພາບ: AP)

(vovworld) – ພາຍຫຼັງ​ເປັນ​ປະທານ​ກອງ​ປະຊຸມ​ລັດຖະບານ, ຕອນ​ບ່າຍ​ວັນ​ທີ 26/04, ທ່ານ​ນາຍົກລັດຖະມົນຕີ Nepal, Koirala ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ​ຈົ່ງ​ບໍລິຈາກ​ເລືອດ​ເພື່ອ​ກູ້​ເອົາ​ຊີວິດ​ຜູ້ຮັບບາດ​ເຈັບພວມ​ຢູ່​ໃນ​ໂຮງໝໍ​ກວ່າ 6.500 ​ຄົນໃນ​ເຫດແຜນດິນໄຫວ. ທ່ານ​ນາຍົກລັດຖະມົນຕີ Koirala ສະ​ເໜີ​ບັນ​ດາ​ນັກ​ທຸ​ລະ​ກິດ​ເປີດ​ບັນດາ​ສາງ​ເກັບ​ຮັກສາ​​ເຂົ້າສານເພື່ອ​ຫຼຸດ​ຜ່ອນ​ສະພາບ​ຂາດ​ແຄນ​ທັນ​ຍາ​ຫານ, ພ້ອມ​ທັງຊີ້​ນຳ​​ໃຫ້​ບັນດາ​ຮ້ານ​ຂາຍ​ຢາ ​ໃກ້​ກັບ​ໂຮງໝໍ​ສືບ​ຕໍ່​ກັນ​ຄືນ​ສູ່​​ການເຄື່ອນ​ໄຫວ​ເປັນ​ປົກກະຕິ. ລັດຖະບານ Nepal ກໍ່​ຮຽກຮ້ອງ​ການ​ປະກອບ​ໃຫ້​ກອງ​ທຶນ​ກູ້​ຊ່ວຍ​​ໄພ​ທຳ​ມະ​ສາດ​​ໂດຍ​ນາຍົກລັດຖະມົນຕີສ້າງ​ຕັ້ງ ​ເພື່ອ​ປະກອບສ່ວນ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງຈາກແຜນດິນໄຫວ. ​ຮອດວັນ​ທີ 27/04, ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ເຫດແຜນດິນໄຫວຢູ່ Nepal ​ໄດ້​ຂຶ້ນ​ເຖິງ 3.200 ຄົນ ​ແລະ ກວ່າ 6.500 ຄົນຮັບບາດ​ເຈັບ.


ຂ່າວ/ບົດ​ອື່ນ