ເບິ່ງແຍງດູແລຜູ້ອອກແຮງງານ, ຄອບຄົວທຸກຍາກ, ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກໃນຍາມບຸນເຕັດ

ເບິ່ງແຍງດູແລຜູ້ອອກແຮງງານ, ຄອບຄົວທຸກຍາກ, ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກໃນຍາມບຸນເຕັດ - ảnh 1
​​ເບິ່ງ​ແຍງ​ດູ​ແລ​​ຜູ້​ອອກ​ແຮ​ງງານ, ຄອບຄົວ​ທຸກ​ຍາກ, ​
ເດັກນ້ອຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ຍາມ​ບຸນ​ເຕັດ
(ພາບ: laodong.com)

(vovworld) – ​ ​ເນື່ອງ​ໃນ​ໂອກາດ​ບຸນ​ເຕັດ​ປີ​ລະກາ 2017, ນະຄອນ ຫາຍ​ຟ່ອງ ​ໄດ້​ສະຫງວນ 1,2 ຕື້​ດົ່ງ ​ແນ​ໃສ່​ໜູນ​ຊ່ວຍກຳມະກອນ​ຜູ້​ອອກ​ແຮງ​ງານ​ໃນ​ບໍລິ​ເວນນະຄອນ. ​ເຂດ​ເສ​ດຖະກິດ​ນະຄອນ ຫາຍ​ຟ່ອງ ​ໄດ້​ມອບ​ຂອງຂວັນ​ໃຫ້​ຜູ້​ອອກ​ແຮງ​ງານ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກກ່ວາ 3.500 ພູດ ​ແລະ ລົດ 40 ຖ້ຽວ​ໂດຍ​ບໍ່​ເສຍ​ຄ່າ​​ເພື່ອຂົນ​ສົ່ງ​ຜູ້ອອກ​ແຮງ​ງານ​ກັບ​ເມືອ​ບ້ານ​ຕ້ອນຮັບ​ບຸນ​ເຕັດ​. ສະຫະພັນ​ແຮງ​ງານ​ນະຄອນ ຫາຍ​ຟ່ອງ ​​ໄດ້ມອບ​ຂອງຂວັນ​ໃຫ້​ຜູ້​ອອກ​ແຮງ​ງານ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ບໍລິ​ເວນ​ນນະ​ຄອນ​ດ້ວຍ​ຍອດຈຳນວນ​ເງິນ 1,4 ຕື້​ດົ່ງ.

        ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ແຂວງ ກວາງ​ຈີ້ ​ໄດ້ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ພ້ອມ​ດ້ວຍ​ບັນດາ​ຄະນະ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນພາຍ​ໃນ​ແຂວງ​​ໄດ້ຈັດ​ຕັ້ງ​ພິທີ​ມອບ​ຂອງຂວັນ​ບຸນ​ເຕັດ​ຂອງ​ປະທານ​ປະ​ເທດ​​ໃຫ້​ຜູ້​ມີ​ຄຸນງາ​ມຄວາມດ​ີຕໍ່ການ​ປະຕິວັດ, ບັນດາ​ຄອບ​ຄົວ​ເປົ້າ​ໝາຍ​ນະ​ໂຍບາຍ​ໃນ​ບໍລິ​ເວນ​ແຂວງເກືອບ 33.000 ພູດ ດ້ວຍ​ຍອດ​ມູນ​ຄ່າ​ເກືອບ 6,7 ຕື້​ດົ່ງ. ພ້ອມ​ກັນ​ນັ້ນ ອຳນາດ​ການ​ປົກຄອງ​ແຂວງ ກວາງ​ຈີ້ ກໍ່ໜູນ​ຊ່ວຍ​ເຂົ້າສານ​ເກືອບ 1.500 ​ໂຕນ​ໃຫ້​ແກ່ 30.000 ຄອບຄົວ​ທີ່​ປະສົບ​ກັບຄວາມ​ຫຍຸ້ງ​ຍາກ​ພິ​ເສດ​ເນື່ອງ​​ໃນ​ໂອກາດ​ບຸນ​ປີ​ໃໝ່​ປະຈຳ​ຊາດ.

ຂ່າວ/ບົດ​ອື່ນ