ເປີດກອງປະຊຸມຄະນະກຳມະການວັດທະນະທຳ-ຖະແຫຼງຂ່າວອາຊຽນຄັ້ງທີ51ຢູ່ລາວ

ເປີດກອງປະຊຸມຄະນະກຳມະການວັດທະນະທຳ-ຖະແຫຼງຂ່າວອາຊຽນຄັ້ງທີ51ຢູ່ລາວ - ảnh 1
ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ ​ວັດ​ທະ​ນະ​ທຳ-
ຂໍ້​ມູນ​ຂ່າວ​ສານ ​ອາຊຽນ ​ຄັ້ງ​ທີ (ASEAN-COCI 51)
(ພາບ: TTXVN)

(vovworld)- ​ ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ ​ວັດ​ທະ​ນະ​ທຳ-ຂໍ້​ມູນ​ຂ່າວ​ສານ ​ອາຊຽນ ​ຄັ້ງ​ທີ (ASEAN-COCI 51) ໄດ້​ໄຂ​ຂື້ນ​ໃນຕອນເຊົ້າ ວັນ​ທີ 8/11, ຢູ່​ນະ​ຄອນຫຼວງວຽງ​ຈັນ, ລາວ, ແມ່ນ​ເຫດ​ການ​ປະ​ຈຳ​ປີ​ ຂອງ​ຄະ​ນະ​ກຳ​ມະ​ການ ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ ຜົນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ ແລະ ​ຖະ​ແຫຼງ​ຂ່າວ​ ໃນ​ພາກ​ພື້ນ ກໍ່​ຄື​ປຶກ​ສາ​ຫາ​ລື ເພື່ອ​​ຍົກອອກ​ບັນ​ດາ​ຂໍ້​ສະ​ເໜີ, ຂໍ້​ລິ​ເລີ່ມ​ການ​ຮ່ວມ​ມື​ໃໝ່. ໃນ​ໄລ​ຍະ ດຳ​ເນີນກ​ອງ​ປະ​ຊຸມ 2 ວັນ, ບັນ​ດາ​ຜູ້​ແທນ ຈະ​ສຸມ​ໃສ່​ກວດ​ກາ, ຕີ​ລາ​ຄາ​ຄວາມ​ຄືບ​ໜ້າ ບັນ​ດາ​ໂຄງ​ການ​ວັດ​ທະ​ນະ​ທຳ, ຖະ​ແຫຼງ​ຂ່າວ​ ຂອງ​ອາ​ຊຽນ ​ທີ່ໄດ້ ແລະ ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ; ອະ​ນຸ​ມັດ​ບັນ​ດາ​ໂຄງ​ການ​ໃໝ່ ໂດຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສະ​ເໜີ; ພ້ອມ​ທັງ​​ຍົກ​ອອກ​ບັນ​ດາ​ຂໍ້​ລິ​ເລີ່ມ, ກຳ​ນົດທິດ​ໃໝ່ ແນ​ໃສ່​ເປີດກວ້າງ​ການ​ຮ່ວມ​ມື ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ພາຍນອກ​ຂອງ​ອາຊຽນ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ນອກ​ຈາກນັ້ນ, ບັນ​ດາ​ຜູ້​ແທນກໍ່​ຈະ​ປຶກ​ສາ​ຫາ​ລື ແລະ ​ຍົກ​ອອກ​ບັນ​ດາ​ຂໍ້​ລິ​ເລີ່ມ ເພື່ອ​ພ້ອມ​ກັນ​ຮ່ວມ​ມື, ຜັນ​ຂະ​ຫຍາຍ​ບັນ​ດາ​ເຫດ​ການ​ສະ​ເຫຼີມ​ສະ​ຫຼອງ  50 ​ປີ ແຫ່ງວັນ​ສ້າງ​ຕັ້ງ​ອາ​ຊຽນ ໃນ​ປີ 2017.

 

 

ຂ່າວ/ບົດ​ອື່ນ