ເປີດການພົບປະສາກົນບັນດາພັກກອມມູນິດແລະພັກແຮງງານຄັ້ງທີ18

ເປີດການພົບປະສາກົນບັນດາພັກກອມມູນິດແລະພັກແຮງງານຄັ້ງທີ18 - ảnh 1
(ພາບ​ປະ​ກອບ)

(vovworld)- ການ​ພົບ​ປະ​ສາ​ກົນ​ບັນ​ດາ​ພັກ​ກອມ​ມູ​ນິດ ​ ແລະ ​ພັກແຮງ​ງານ ຄັ້ງ​ທີ 18 ດ້ວຍ​ຫົວ​ຂໍ້ “ວິ​ກິດ​ການ​ຂອງ​ລັດ​ທິ​ທຶນ​ນິ​ຍົມ ແລະ ການ​ບຸກ​ໂຈ​ມ​ຕີ​ຂອງ​ລັດ​ທິ​ຈັກ​ກະ​ພັດ-ຍຸດ​ທະ​ສາດ ແລະ ຍຸດ​ໂທ​ບາຍ ​ຂອງ​ບັນ​ດາ​ພັກ​ກອມ​ມູ​ນິດ ແລະ ພັກ​ແຮ​ງ​ງານ, ໃນ​ການ​ຕໍ່​ສູ້ ເພື່ອ​ສັນ​ຕິ​ພາບ, ບັນ​ດາ​ສິດ​ ຂອງ​​ຊາວຜູ້​ອອກ​ແຮງ​ງານ, ປະ​ຊາ​ຊົນ ແລະ ລັດ​ທິ​ສັງ​ຄົມ​ນິ​ຍົມ”, ​ໄດ້​ດຳ​ເນີນ ​ໃນລະ​ຫວ່າງ ວັນ​ທີ 28/-30/10 ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຫວຽດ​ນາມ ເປັນ​ເຈົ້າ​ພາບ​​​ຈັດ​ຕັ້ງເຫດ​ການ ດ້ວຍ​ຂອບ​ຂະ​ໜາດ​​ໃຫຍ່, ​ອັນດຶງ​ດູດ​ການ​ເຂົ້າ​ຮ່ວມ​ ຂອງຫຼາຍ​ພັກ​ກອມ​ມູ​ນິດ, ພັກ​ແຮງ​ງານ ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ. ນີ້​ແມ່ນ​ໂອ​ກາດ ເພື່ອ​ໃຫ້​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ ກັບ​ບັນ​ດາ​ພັກ​ກອມ​ມູ​ນິດ, ພັກ​ແຮງ​ງານ ໃນ​ໂລກ, ປະ​ກອບ​ສ່ວນ​​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ ​ໃຫ້​ແກ່​ຂະ​ບວນ​ການກອມ​ມູ​ນິດ, ແຮງ​ງານ​ສາກ​ກົນ, ​ໂຄ​ສະ​ນາ​ເຜີຍ​ແຜ່ ແລະ ຍາດ​ແຍ່ງ​ການ​ເຫັນ​ດີ, ການ​ສະ​ໜັບ​ສະ​ໜູນ ​ຂອງ​ຂະ​ບວນ​ການ​ກອມ​ມູ​ນິດ ແລະ ແຮງ​ງານ​ສາ​ກົນ ສຳ​ລັບ​ພາ​ລະ​ກິດ​ປ່ຽນ​​ແປງໃໝ່, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ. ການ​ພົບ​ປະ​ສາ​ກົນ​ ​ຂອງບັນ​ດາ​ພັກ​ກອມ​ມູ​ນິດ ແລະ ພັກ​ແຮງງ​ານ ຄັ້ງ​ທີ່ 18 ຈະ​ມ​ີ​ 5 ວາ​ລະ​ປະ​ຊຸມຄົບ​ຄະ​ນະ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ໄດ້ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ສາ​ກົນ​ທີ່​ມາ​ເຂົ້າ​ຮ່ວມ​ການ​ພົບ​ປະ.

ຂ່າວ/ບົດ​ອື່ນ