ເປີດຊຸດເຝິກອົບຮົມທັກສະປະຊາສຳພັນ ແລະ ສື່ມວນຊົນ” ໃຫ້ແກ່ບັນດານັກຂ່າວລາວ

(VOVWORLD) -ກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດນາມ ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໄຂຊຸດເຝິກອົບຮົມ “ ທັກສະປະຊາສຳພັນ ແລະ ສື່ມວນຊົນ” ທີ່ສະຫງວນໃຫ້ແກ່ບັນດານັກຂ່າວລາວ
ເປີດຊຸດເຝິກອົບຮົມທັກສະປະຊາສຳພັນ ແລະ ສື່ມວນຊົນ” ໃຫ້ແກ່ບັນດານັກຂ່າວລາວ - ảnh 1ຊຸດເຝິກອົບຮົມ “ ທັກສະປະຊາສຳພັນ ແລະ ສື່ມວນຊົນ” 

ວັນທີ 20 ພະຈິກ, ຢູ່ນະຄອນຫຼວງວຽງຈັນ, ກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດນາມ ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໄຂຊຸດເຝິກອົບຮົມ “ ທັກສະປະຊາສຳພັນ ແລະ ສື່ມວນຊົນ” ທີ່ສະຫງວນໃຫ້ແກ່ບັນດານັກຂ່າວລາວ.   ນີ້ແມ່ນ ຊຸດບຳລຸງເພື່ອແນໃສ່ຍົກສູງທາງດ້ານວິຊາຊີບສື່ມວນຊົນຄັ້ງທີ 20 ຊຶ່ງຖືກດຳເນີນເພື່ອແນໃສ່ຫັນຂໍ້ຕົກລົງຮ່ວມມືລະຫວ່າງ ກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດນາມ  ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໃຫ້ເປັນລະອຽດ. ຊຸດເຝິກອົບຮົມເປັນເວລາ 5 ວັນນີ້ ຈະຊ່ວຍບັນດານັກສຳມະນາກອນມີບົດຮຽນຕື່ມອີກໃນທັກສະສ້າງແຫຼ່ງຂ່າວ ແລະ ຮູ້ຈັກວິທີແກ້ໄຂ ແລະ ນຳໃຊ້ຂ່າວຄາວທີ່ເອົາມາໄດ້. 

ຕອບກັບ

ຂ່າວ/ບົດ​ອື່ນ