​ເປີດສູນຂ່າວສານສາກົນ APEC

(VOVWORLD) -ຕອນບ່າຍວັນທີ 28 ຕຸລາ, ຢູ່ນະຄອນດານັ້ງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຝ້າມບິນມິນ ແລະ ການນຳນະຄອນດານັ້ງ ໄດ້ຕັດແຖບຜ້າເປີດ ສູນຂ່າວສານສາກົນ APEC 2017
​ເປີດສູນຂ່າວສານສາກົນ APEC  - ảnh 1ພິທີເປີດສູນຂ່າວສານສາກົນ APEC 2017

ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຝ້າມບິນມິນ ໄດ້ເນັ້ນໜັກວ່າ ສັບປະດາຂັ້ນສູງ APECແມ່ນເຫດການໃຫຍ່ດ້ານການຕ່າງປະເທດລະດັບສາກົນດຶງດູດຄວາມສົນໃຈຈາກຫາງສຽງ ແລະ ສື່ມວນຊົນທັງຢູ່ພາຍໃນປະເທດ ແລະ ສາກົນຢ່າງຫຼວງຫຼາຍ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຝ້າມບິນມິນ ຖືວ່າ ນີ້ແມ່ນໂອກາດທີ່ດີເພື່ອໃຫ້ດານັ້ງເວົ້າສະເພາະ ແລະ ຫວຽດນາມເວົ້າລວມ ໄດ້ໂຄສະນາພາບພົດປະເທດຊາດຫວຽດນາມທີ່ງົດງາມ, ເຕັມໄປດ້ວຍທ່າແຮງບົ່ມຊ້ອນ, ພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະ ຊາວດານັ້ງມີຈິດໃຈຮັກແພງແຂກ. 

ຕອບກັບ

ຂ່າວ/ບົດ​ອື່ນ