ເປີດສະຫຼອງ ແລະ ມອບຮັບອະນຸສາວະລີຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ

(VOVWORLD) -ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບ໋າຮຸ່ງ ເນັ້ນໜັກວ່າ ນີ້ແມ່ນໂຄງການທີ່ມີຄວາມໝາຍສຳຄັນທີ່ສຸດ, ໄດ້ກໍ່ສ້າງ ແລະ ເປີດສະຫຼອງໃນ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ”
ເປີດສະຫຼອງ ແລະ ມອບຮັບອະນຸສາວະລີຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ - ảnh 1 ພິທີຕັດແຖບຜ້າເປີດສະຫຼອງ

ວັນທີ 09 ພະຈິກ, ຄະນະປະຕິບັດງານພິເສດລັດຖະບານລາວ ໄດ້ສົມທົບກັບທູດທະຫານທີ່ສັງເກດ ສະຖານທູດຫວຽດນາມ ປະຈຳລາວ ແລະ ອຳນາດການປົກຄອງແຂວງໄຊສົມບູນ, ຈັດຕັ້ງພິທິເປີດສະຫຼອງ ແລະ ມອບຮັບອະນຸສາວະລີຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃຫ້ແຂວງນີ້.

        ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບ໋າຮຸ່ງ ເນັ້ນໜັກວ່າ ນີ້ແມ່ນໂຄງການທີ່ມີຄວາມໝາຍສຳຄັນທີ່ສຸດ, ໄດ້ກໍ່ສ້າງ ແລະ ເປີດສະຫຼອງໃນ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ”, ແມ່ນສັນຍາລັກຂອງນ້ຳໃຈສາມັກຄີຮ່ວມສຳພັນສູ້ຮົບທີ່ຍິ່ງໃຫຍ່ ຫວຽດນາມ - ລາວ, ລາວ - ຫວຽດນາມ. ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນລາວ ເວົ້າລວມ, ຄະນະປະຕິບັດງານພິເສດລັດຖະບານລາວ, ອົງຄະນະພັກ, ອຳນາດການປົກຄອງ, ກອງທັບ ແລະ ປະຊາຊົນແຂວງໄຊສົມບູນ ເວົ້າສະເພາະ ທີ່ໄດ້ເອົາໃຈໃສ່ຊີ້ນຳ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ອະນຸສາວະລີໄດ້ຮັບການກໍ່ສ້າງ ແລະ ສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ