ເປີດສະຫຼອງກິດຈະກຳບູລະນະປະຕິສັງຂອນ,ຍົກລະດັບອະນຸສາວະລີຮ່ວມສຳພັນສູ້ຮົບຫວຽດນາມ-ລາວຢູ່ແຂວງຈຳປາສັກ

ເປີດສະຫຼອງກິດຈະກຳບູລະນະປະຕິສັງຂອນ,ຍົກລະດັບອະນຸສາວະລີຮ່ວມສຳພັນສູ້ຮົບຫວຽດນາມ-ລາວຢູ່ແຂວງຈຳປາສັກ - ảnh 1
(ເປີດສະຫຼອງກິດຈະກຳບູລະນະປະຕິສັງຂອນ,
ຍົກລະດັບອະນຸສາວະລີຮ່ວມສຳພັນສູ້ຮົບຫວຽດນາມ-ລາວຢູ່ແຂວງຈຳປາສັກ)

(vovworld) – ຕອນ​ເຊົ້າ​ວັນ​ທີ 29/5, ຢູ່​ເມືອງ​ປາກ​ຊ່ອງ​ແຂວງ​ຈຳປາ​ສັກ, ພາກ​ໃຕ້​ຂອງ​ລາວ, ສອງ​ຄະນະ​ການ​ປະຕິບັດ​ງານ​ພິ​ເສດ​ລັດຖະບານ​ຫວຽດນາມ-ລາວ, ສົມທົບ​ກັບ​ແຂວງ​ຈຳປາ​ສັກ​ ຈັດ​ຕັ້ງ​ພິທີ​ເປີດ​ສະຫຼອງ​ກິດຈະກຳ​ບູລະນະ​ປະຕິສັງຂອນ, ອະນຸສາວະລີ​ຮ່ວມ​ສຳພັນ​ສູ້​ຮົບ​ຫວຽດນາມ-ລາວ​ຢູ່​ແຂວງ​ຈຳປາ​ສັກ. ນີ້​ແມ່ນ​ໜຶ່ງ​ໃນ​ຈຳນວນ 4 ອະນຸສາວະລີ​ທີ່​ໄດ້​ກໍ່ສ້າງ​ຢູ່​ປະ​ເທດ​ລາວ ​ເພື່ອ​ແນ​ໃສ່​ສະ​ແດງຄວາມ​ຮູ້​ບຸນຄຸນ​ຕໍ່​ບັນດາ​ວິລະ​ຊົນ​ຫວຽດນາມ​ແລະລາວທີ່​ໄດ້​ເສຍສະຫຼະ​ຊີວິດ​ໃນ​ຊຸມ​ເດືອນ​ປີ​ຕໍ່ສູ້​ປົດ​ປ່ອຍ​ສອງ​ປະ​ເທດ. ກິດຈະກຳ​ບູລະນະ​ປະຕິສັງຂອນ, ຍົກ​ລະດັບອະນຸສາວະລີ​ຮ່ວມ​ສຳພັນ​ສູ້​ຮົບ​ຫວຽດນາມ-ລາວ ຢູ່​ເມືອງ​ປາກ​ຊ່ອງ ​ແຂວງ​ຈຳປາ​ສັກ ​ໄດ້​ຮັບ​ການ​ອຸປະຖຳ 100%ຈາກ​ລັດຖະບານ​ຫວຽດນາມ ​ແລະ ​ໄດ້​ລົງມື​ກໍ່ສ້າງ​ໃນ​ເດືອນ 8/2014, ​ໃນ​ເນື້ອ​ທີ່​ກວ່າ 4 ​ເຮັກຕາ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ພົນ​ໂທ ຫງວຽນ​ແທ່ງ ຢັ້ງຢືນ​ວ່າ : ອະນຸສາວະລີ​ຮ່ວມ​ສຳພັນ​ສູ້​ຮົບ​ຫວຽດນາມ-ລາວ ​ໄດ້​ຮັບ​ການ​ກໍ່ສ້າງ, ບູລະນະ​ປະຕິສັງຂອນ ​ ​ຢູ່​ບັນດາ​ແຂວງ​ອຸດົມ​ໄຊ, ​ ​ຊຽງ​ຂວາງ, ​ອັດ​ຕະປື ​ແລະ ​ຈຳປາ​ສັກ ປະຈຸ​ບັນ​ແມ່ນ​ບັນດາ​ກິດຈະກຳ​ວັດທະນະທຳ​ທີ່​ມີ​ຄວາມ​ໝາຍ​ດ້ານ​ ວັດທະນະທຳມະນຸດ​ຢ່າງ​ເລິກ​ເຊິ່ງ, ​ແມ່ນ​ສັນຍາ​ລັກ​ອັນ​ສູງ​ສົ່ງ, ມີ​ຊີວິດ​ຊີວາ, ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າທາງ​ດ້ານ​ຈິດ​ໃຈ ​ແລະ ​ແມ່ນ​ສະຖານ​ທີ່​​ເພື່ອໃຫ້​ບັນດາ​ຄົນ​ລຸ້ນຫຼັງ​ເຂົ້າ​ໃຈ​ກ່ຽວ​ກັບ​ນ້ຳ​ໃຈ​ສາມັກຄີ​ຫວຽດ-ລາວກວ່າ​ອີກ.

ຂ່າວ/ບົດ​ອື່ນ