ເປີດສະຫຼອງສູນສ່ືມວນຊົນໂຄສະນາ70ປີແຫ່ງວັນຊາດຫວຽດນາມທີ2ກັນຍາ

ເປີດສະຫຼອງສູນສ່ືມວນຊົນໂຄສະນາ70ປີແຫ່ງວັນຊາດຫວຽດນາມທີ2ກັນຍາ - ảnh 1
ເປີດ​ສະຫຼອງສູນ​ສ່ື​ມວນ​ຊົນ​ໂຄສະນາ 70 ​ປີ​
ແຫ່ງ​ວັນຊາດ​ຫວຽດນາມ​ທີ 2​ ກັນຍາ
(ພາບ: VGP)

(vovworld) – ຕອນ​ບ່າຍ​ວັນ​ທີ 31/08, ຢູ່​ຮ່າ​ໂນ້ຍ, ຄະນະ​ຈັດ​ຕັ້ງ​ລະດັບ​ຊາດ​​ສະ​ເຫຼີມສະຫຼອງບັນດາ​ວັນ​ບຸນ​ໃຫຍ່​ໃນ 2 ປີ 2014 – 2015 ​ໄດ້​ເປີດ​ສະຫຼອງສູນ​ສ່ື​ມວນ​ຊົນ​ໂຄສະນາ ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ໂຄສະນາ​ເຫດ​ການ​ສະ​ເຫຼີມສະຫຼອງ 70 ປີ​ແຫ່ງ​ວັນ​ການ​ປະຕິບັດ​ເດືອນ​ສິງຫາ ​ແລະ ວັນຊາດ​ທີ 2 ກັນຍາ. ສູນສ່ື​ມວນ​ຊົນຖືກ​ຕັ້ງ​ຢູ່ຫໍ​ສະພາບ​ແຫ່ງ​ຊາດ.

        ພິທີສະ​ເຫຼີມສະຫຼອງ 70 ປີ​ແຫ່ງ​ວັນ​ການ​ປະຕິບັດ​ເດືອນ​ສິງຫາ ​ແລະ ວັນຊາດ​ທີ 2 ກັນຍາ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຂອງ​ວົງ​ການ​ສ່ືມວນ​ຊົນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ​ໄດ​້ມີ​ນັກ​ຂ່າວ​ກວ່າ 700 ຄົນ​ຂອງ 115 ຫົວໜ່ວຍ​ສື່​ມວນ​ຊົນ​ໃນ​ທົ່ວ​ປະ​ເທດ ​ແລະ ນັກ​ຂ່າວ 87 ຄົນ​ສັງ​ກັດ 30 ອົງການ​ສື່​ມວນ​ຊົນ​ຕ່າງປະ​ເທດ​ຈົດ​ຊື່​ເຂົ້າ​ຮ່ວມ, ປະຕິບັດ​ວຽກ​ງານ. ຕ​ອນ​ເຊົ້າ​ວັນ​ທີ 02/09, ລາຍ​ການ​ຊຸມ​ນຸມ​ມິດ​ຕິງ, ​ເດີນສວນ​ສະໜາ​ມສະ​ແດງກຳລັງ, ເດີນຂະ​ບວນ, ຈະ​ຖືກ​ດຳ​ເນີນ​ໄປ​ຢ່າງ​ສົມ​ກຽດ​ຢູ່​ສະໜາມ​ຫຼວງ​ບາ​ດິ່ງ. ກ່ອນ​ພິທີຊຸມນຸມ​ມິດ​ຕິງ​ແມ່ນ​ພິທີ​​ເຂົ້າ​ລົບ​ທຸງຊາດ ​ແລະ ຍິງ​ປຶ​ນ​ໃຫຍ່ 21 ລູກ​ຈາກ​ເຂດພະລາດ​ຊະ​ວັງ​ທັງ​ລອງ. ການເດີນສວນ​ສະໜາ​ມ ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະມານ 30.000 ຄົນ. ພາຍຫຼັງ​ພິທີເດີນສວນ​ສະໜາ​ມສະ​ແດງກຳລັງ, ​ແມ່ນ​ການ​ເດີນ​ຂະ​ບວນສະ​ແດງ​ສີ​ລະ​ປະ​ພິ​ເສດ.

ຂ່າວ/ບົດ​ອື່ນ