ເປີດສະຫຼອງອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ແຂວງ Battambang

(VOVWORLD) - ຕອນເຊົ້າວັນທີ 27 ກໍລະກົດ, ທີ່ແຂວງ Battambang, ກຳປູເຈຍ ດຳ ເນີນພິທີເປີດສະຫຼອງອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ
ເປີດສະຫຼອງອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ແຂວງ Battambang - ảnh 1 ເປີດສະຫຼອງອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ແຂວງ Battambang

ກ່າວຄຳເຫັນນະທີ່ນີ້, ທ່ານ Nhem Valy ຮອງປະທານຜູ້ປະຈຳການ ທັງເປັນເລຂາທິການໃຫຍ່ສະພາແນວໂຮມສາມັກຄີພັດທະນາປະເທດ ກຳປູເຈຍ ແລະ ທ່ານ Chann Sophal ເຈົ້າແຂວງ Battambang, ເນັ້ນໜັກວ່າປະຊາຊົນ ກຳປູເຈຍ ບໍ່ສາມາດຫລົງລືມໄດ້ການໜູນຊ່ວຍ, ຊ່ວຍເຫຼືອຂອງ ຫວຽດນາມ ແລະ ທະຫານອາສາສະໝັກ ຫວຽດນາມ ໃນການໂຄ່ນລົ້ມລະບອບດັບສູນເຊື້ອຊາດ Pon Pol, ນຳເອົາຄວາມຮຸ່ງເຮືອງເຫລືງເຫລື້ມ ແລະ ການພັດທະນາມາໃຫ້ ກຳປູເຈຍ ແລະ ປະຈຸບັນ ພວມໜູນຊ່ວຍ, ຊ່ວຍເຫຼືອພ້ອມກັນພັດທະນາ, ຮັດແໜ້ນການພົວພັນສາມັກຄີທີ່ເປັນມູນເຊື້ອກ່ວາອີກ, ປະກອບສ່ວນເຂົ້າໃນສະຖຽນລະພາບ, ຄວາມສະຫງົບປອດໄພ ແລະ ການພັດທະນາຂອງພາກພື້ນ ແລະ ໂລກ; ພ້ອມທັງ ສະແດງຄວາມຂອບໃຈ ຕໍ່ບັນດາການໜູນຊ່ວຍ, ຊ່ວຍເຫຼືອຂອງ ຫວຽດນາມ ສຳລັບ ກຳປູເຈຍ ໃນບັນດາຂົງເຂດຄື: ການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ວັດທະນະທຳ, ເສດຖະກິດ…ປະກອບສ່ວນເຂົ້າໃນການພັດທະນາຂອງ ກຳປູເຈຍ ໃນປະຈຸບັນ. ພັນເອກ ຫງວຽນແອງຢຸງ ທູດທະຫານປະຈຳ ກຳປູເຈຍ ເນັ້ນໜັກວ່າ: ເລື່ອງກໍ່ສ້າງອະນຸສາວະລີມິດຕະພາບນີ້ ແມ່ນສະແດງໃຫ້ເຫັນຄວາມຮູ້ບຸນຄຸນຕໍ່ບັນດາຜູ້ທີ່ເສຍສະຫຼະເລືອດເນື້ອໃຫ້ 2 ຊາດ ຫວຽດນາມ ແລະ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ