ເປີດສະຫຼອງໂຮງຮຽນ ມັດທະຍົມຕອນປາຍ ສິທ່ານາໄຊ - ຂອງຂວັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ມອບໃຫ້ແຂວງ ບໍລິີຄໍາໄຊ, ລາວ

(VOVWORLD) -ພາຍຫຼັງດໍາເນີນການກໍ່ສ້າງຢ່າງຮີບດ່ວນມາເປັນເວລາ 01 ປີ, ໂຮງຮຽນມັດທະຍົມຕອນປາຍສິທ່ານາໄຊ, ຢູ່ແຂວງບໍລີຄໍາໄຊ, ລາວ ໄດ້ເປີດສະຫຼອງຢ່າງເປັນທາງການ ແລະ ນໍາເຂົ້າເຄື່ອນໄຫວນັບແຕ່ຕອນເຊົ້າວັນທີ 11 ພະຈິກເປັນຕົ້ນໄປ.

ເປີດສະຫຼອງໂຮງຮຽນ ມັດທະຍົມຕອນປາຍ ສິທ່ານາໄຊ - ຂອງຂວັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ມອບໃຫ້ແຂວງ ບໍລິີຄໍາໄຊ, ລາວ - ảnh 1ພິທີຕັດແຖບຜ້າເປີດສະຫຼອງໂຮງຮຽນມັດທະຍົມຕອນປາຍ ສິທ່ານາໄລ (ພາບ: TTXVN)

        ກິດຈະກໍາດັ່ງກ່າວ ແມ່ນຂອງຂວັນຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ມອບໃຫ້ແຂວງບໍລີຄໍາໄຊ ເນື່ອງໃນໂອກາດທ່ານໄປຢ້ຽມຢາມລາວ ເມື່ອເດືອນພະຈິກ 2016. ດ້ວຍຈໍານວນເງິນ 30 ຕື້ດົງ, ໂຮງຮຽນແຫ່ງດັ່ງກ່າວຖືກກໍ່ສ້າງເປັນ 4 ຊັ້ນທີ່ກວ້າງໃຫຍ່ງາມຕາ ພ້ອມກັບ ອຸປະກອນການຮຽນ-ການສອນຂອງຄູອາຈານ ແລະ ນັກຮຽນ ຢ່າງຄົບຖ້ວນ ຈະປົວແປງເງື່ອນໄຂການຮຽນການສອນຂອງຄູອາຈານ, ນັກຮຽນ ແລະ ຍົກສູງຄຸນນະພາບການສຶກສາຂອງໂຮງຮຽນມັດທະຍົມຕອນປາຍນີ້ ໄດ້ຫຼາຍພໍສົມຄວນ. ຜູ້ອໍານວຍການໂຮງຮຽນ ສິທ່ານາໄຊ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຂໍຕາງໜ້າໃຫ້ໂຮງຮຽນສິທ່ານາໄຊ ສະແດງຄວາມຂອບອົກຂອບໃຈຕໍ່ຂອງຂັວນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງໄດ້ມອບໃຫ້. ດ້ວຍໂຮງຮຽນຫຼັງໃໝ່ທີ່ກວ້າງໃຫຍ່ ງາມຕາ ແລະ ທັນສະໄໝນີ້, ຄູອາຈານ ແລະ ນັກຮຽນພວກຂ້າພະເຈົ້າຈະມີເງື່ອນໄຂສິດສອນ ແລະ ຮໍ່າຮຽນໄດ້ດີກວ່າ. ພວກຂ້າພະເຈົ້າ ຈະປົກປັກຮັກສາໂຮງຮຽນຕຶກນີ້ໃຫ້ເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສຶກສາ, ບໍາລຸງສ້າງຊັບພະຍາກອນມະນຸດ ໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ