ເປີດສຳນັກງານສະມາຄົມໃຫຍ່ຊາວຫວຽດນາມອາໄສຢູ່ລາວ

ເປີດສຳນັກງານສະມາຄົມໃຫຍ່ຊາວຫວຽດນາມອາໄສຢູ່ລາວ - ảnh 1
ພິທີຕັດແຖບຜ້າ

(vovworld) – ຕອນ​ເຊົ້າ​ວັນ​ທີ 17/6, ຢູ່​ວຽງ​ຈັນ, ສະມາຄົມ​​ໃຫຍ່​ຊາວ ຫວຽດນາມ ອາ​ໄສ​ຢູ່​ລາວ ​ໄດ້​ຈັດ​ຕັ້ງ​ພິທີ​​ເປີດ​​ສຳນັກງານ​ສະມາຄົມ​ໃຫຍ່​ແຫ່ງ​ທຳ​ອິດ​ຢູ່​ລາວ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຫງວຽນ​ຢູຍຈູງ, ຜູ້​ຮັກສາ​ການ​ຫົວໜ້າ​ສະມາຄົມ​ໃຫຍ່ ​ໃຫ້​ຮູ້​ວ່າ: ​ເລື່ອງ​ເປີດ​​ສຳນັກງານ​ຂອງ​ສະມາຄົ​ມ​ໃຫຍ່​ແມ່ນ​ເຫດການ​ສຳຄັນ​ສຳລັບ​ພໍ່​ແມ່​ຊາວ ຫວຽດນາມ ພາຍຫຼັງ​ພໍ່​ແມ່​ປະຊາຊົນ ຫວຽດນາມ ຫຼາຍ​ລຸ້ນຄົນ​ກໍ່​ຮ່າງ​ສ້າງ​ຕົວ​ຢູ່​ລາວ, ສະ​ແດ​ງຄວາມ​ສາມັກຄີ, ສະ​ໜິດ​ຕິດ​ພັນ​ກັນຂອງ​ສະມາຄົມ, ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັບ​ປະຊາຊົນ​ປະ​ເທດ​ປະຈຳ​ຖີ່​ນ, ສ້າງສາ​ປະ​ເທດ ລາວ ​ໃຫ້​ນັບ​ມື້​ນັບ​ຮັ່ງມີ, ​ສວຍ​ງາມ, ປັບປຸງ ​ແລ​ະ ​ເພີ່ມ​ພຸ​ນຄຸນສ້າງນ້ຳ​ໃຈ​ມິດຕະພາບ, ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມືຮອບດ້ານ​ລະ​ຫວ່າງປະຊາຊົນ ຫວຽດນາມ ​ແລະ ລາວ ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນ​ແມ້ງ​ຮູ່ງ ອວຍພອນ​ໃຫ້​ສະມາຄົມ​ໃຫຍ່​ມີ​ການ​ເຄື່ອນ​ໄຫວ​ອຸດົມສົມບູບ, ຕັ້ງໜ້າ​ໃນ​ການ​ຕອບ​ສະໜອງ​ບັນດາ​ຂະ​ບວນການ​ເຊິ່ງ 2 ລັດ ປຸກລະດົມ, ສະມັກ​ຄີ, ສະໜິດ​ຕິ​ດພັນ​ລະຫວ່າງ 11 ສະມາຄົມ​ໃນ​ທົ່ວ​ປະ​ເທດ, ສ້າງ​ເປັນ​ກຸ່ມ​ກ້ອນ​ໝັ້ນ​ຄົງ ​ເຂັ້ມ​ແຂງ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ​ເຄົາລົບ​ກົດໝາຍ​ຂອງປະ​ເທດ​ ລາວ, ປະກອບສ່ວນ​ເພີ່ມ​ພຸ​ນຄຸນ​ສ້າງສາ​ຍພົວພັນ​ແບບ​ພິ​ເສດ ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມ​ແຂງ.

 



ຂ່າວ/ບົດ​ອື່ນ