ເປີດເວັບໄຊຂອງກອງປະຊຸມປະຈຳປີຄັ້ງທີ 26 ເວທີປາໄສລັດຖະສະພາອາຊີ-ປາຊີຟິກ (APPF-26)

(VOVWORLD) -ກອງປະຊຸມປະຈຳປີຄັ້ງທີ 26 ເວທີປາໄສລັດຖະສະພາອາຊີ-ປາຊີຟິກ (APPF-26) ຈະຖືກດຳເນີນຢູ່ຫວຽດນາມໃນເດືອນມັງກອນປີ 2018
ເປີດເວັບໄຊຂອງກອງປະຊຸມປະຈຳປີຄັ້ງທີ 26 ເວທີປາໄສລັດຖະສະພາອາຊີ-ປາຊີຟິກ (APPF-26) - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ,ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ້ອງ ພ້ອມດ້ວຍບັນດາການນຳສະພາແຫ່ງຊາດໄດ້ດຳເນີນພິທີໄຂເວັບໄຊ APPF – 26 

ຕອນບ່າຍວັນທີ 17 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ , ປະທານ APPF ອາຍຸການ 2017-2018 ແລະ ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ້ອງ ຫົວໜ້າຄະນະຈັດຕັ້ງ APPF -26 ພ້ອມດ້ວຍບັນດາການນຳສະພາແຫ່ງຊາດໄດ້ດຳເນີນພິທີເປີດເວັບໄຊ APPF – 26.

   ເວັບໄຊ APPF – 26  ຖືກສ້າງຂຶ້ນເພື່ອລົງບັນດາເອກະສານຂອງກອງປະຊຸມຢ່າງທັນການ, ພ້ອມທັງອັບເດດບັນດາຂໍ້ມູນຂ່າວສານກ່ຽວກັບເນື້ອໃນຂອງກອງປະຊຸມ, ພ້ອມກັນນັ້ນ, ເວັບໄຊ APPF – 26 ກໍຍັງແນະນຳກ່ຽວກັບປະເທດຊາດ, ປະຊາຊົນ ແລະ ວັດທະນະທຳຫວຽດນາມອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ