ເປີດເສັ້ນທາງທະເລຂົນສົ່ງໝາກໄມ້ລະຫວ່າງ ອາຊຽນ ແລະ ຈີນ ຢ່າງເປັນທາງການ

ເປີດເສັ້ນທາງທະເລຂົນສົ່ງໝາກໄມ້ລະຫວ່າງ ອາຊຽນ ແລະ ຈີນ ຢ່າງເປັນທາງການ - ảnh 1
(ພາບປະກອບ / ອິນເຕີແນັດ)

(vovworld) - ກຳ່​ປັ່ນ​ຂົນ​ສົ່ງ​ໝາກ​ໄມ້​ຖ້ຽວ​ທຳ​ອິດ​ຈາກ​ບັນດາ​ປະ​ເທດ ອາ​ຊຽນ ຫາ​ກໍ່​ເຂົ້າ​ທຽບ​ທ່າ​ກ່ຳ​ປັ່ນ ຟ໋າງ​​ເຈີ໋ງ ຂອງ ຈີນ ​ໃນ​ວັນ​ທີ 20/03, ​ເປັນຂີດ​ໝາຍ​ເປີດ​ເສັ້ນທາງ​ທະ​​ເລ​ຂົນ​ສົ່ງ​ໝາກ​ໄມ້​ລະຫວ່າງ ຈີນ ​ແລະ ອາ​ຊຽນ ຢ່າງ​ເປັນ​ທາງ​ການ. ​ເສັ້ນທາງ​ຂົນ​ສົ່ງ​ໃໝ່​ນີ້ ດ້ວຍ​ສະຖານ​ທີ່​ເລີ່​ມຕົ້ນ​ແມ່ນ​ນະຄອນ ​ໂຮ່ຈີ​ມິນ ຂອງ ຫວຽດນາມ ​ແລະ ຈຸດ​ປາຍທາງ​ແມ່ນ​ທ່າ​ກ່ຳ​ປັ່ນ ຟ໋າງ​​ເຈີ໋ງ ຂຶ້ນ​ກັບ​ເຂດ​ປົກຄອງ​ຕົນ​ເອງ​ຊົນ​ເຜົ່າ ຈວາງ ​ແຂວງ ກວາງສີ. ​ເສັ້ນທາງ​ດັ່ງກ່າວ ​ໄດ້​ເຊື່ອມ​ຕໍ່​ຜ່ານ​ກ່ຳ​ປັ່ນ 4 ລຳ​ຂອງ​ບໍລິສັດ​ຂົນ​ສົ່ງ​ທາງ​ທະ​ເລ COSCO ຈີນ ​ແລະ ​ກຳ່​ປັ່ນແຕ່​ລະ​ລຳ​ຂອງ​ບໍລິສັດ COSCO ສາມາດບັນທຸກ​ container ​ໄດ້ 1.100 ຕູ້​ຕາມ​ມາດຕະຖານ.

        ​ເສັ້ນທາງ​ຂົນ​ສົ່ງໃໝ່​ນີ້ ຈະ​ຊ່ວຍ​​ ​ເພີ່ມ​ການ​ສົ່ງ​ອອກ​ໝາກ​ໄມ້​ຈາກ​ບັນດາ​ປະ​ເທດ ອາ​ຊຽນ ​ໄປ​ຍັງ ຈີນ, ພ້ອມ​ທັງ ກໍ່​ແມ່ນ​ເສັ້ນທາງ​​ມີ​ປະສິ​ດທິຜົນ​ ​ເພື່ອ​ນຳ​ບັນດາ​ຜະລິດ​ຕະພັນ​ກະ​ເສດ ​ແລະ ໝາກ​ໄມ້​ຂອງ ຈີນ ສຳ​ຜັດກັບ​ຕະຫລາດ ອາ​ຊຽນ.

 

ຕອບກັບ

ຂ່າວ/ບົດ​ອື່ນ