ເປັນຄັ້ງທຳອິດຊາວຫວຽດນາມອາໄສຢູ່ລາວໄດ້ຮັບເຄື່ອງໝາຍສະມາຊິກພັກ65ປີ

ເປັນຄັ້ງທຳອິດຊາວຫວຽດນາມອາໄສຢູ່ລາວໄດ້ຮັບເຄື່ອງໝາຍສະມາຊິກພັກ65ປີ - ảnh 1
(ພາບປະກອບ)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 05/11 ຢູ່​ນະຄອນຫລວງ ວຽງ​ຈັນ, ​ໄດ້​ຈັດ​ຕັ້ງພິທີມອບ​​ເຄື່ອງໝາຍ​ສະມາຊິກ​ພັກ​ 65 ປີຢ່າງ​ສົມ​ກຽດ​ໃຫ້​ທ່ານ ​ເຈີ່ນ​ວັນ​ໝີ. ທ່ານ ​ເຈີ່ນ​ວັນ​ໝີ ​ແມ່ນ​ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ ​ເປັນ​ຄົນ​ທຳ​ອິດ​​ມີ​ຄວາມເປັນ​ກຽດຮັບ​​ເຄື່ອງ​ໝາຍສະມາຊິກ​ພັກ​ 65 ປີ ທ່ານ​ເຈີ່ນ​ວັນ​ໝີ ​ເກີດ​ປີ 1929 ຢູ່ ນະຄອນຫລວງ ວຽງ​ຈັນ. ປີ 1944 ທ່ານ​ ເຈີ່ນ​ວັນ​ໝີ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ໃນສຳ​ພັນທະ​ມິດສູ້​ຮົບ ຫວຽດນາມ - ລາວ. ມາ​ຮອດ​ປີ 1950 ທ່ານ​ ເຈີ່ນ​ວັນ​ໝີ ​ໄດ້​ເຂົ້າ​ເປັນ​ສະມາຊິກ​ພັກ​ກອມ​ມູນິດອິນ​ໂດ​ຈີນ ຊຶ່ງ​ແມ່ນຕົ້ນ​ກຳ​ເນີ​ດຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ພັກ​ປະຊາຊົນ​ປະຕິວັດ ລາວ. ທ່ານ​ ເຈີ່ນ​ວັນ​ໝີ ​ແມ່ນ​ໜຶ່ງ​ໃນ​ບັນດາ​ນັກ​ຊ່ຽວຊານ ຫວຽດນາມ ​ເຄີຍ​ປະຕິບັດ​ງານ​ຢູ່ ລາວ; ມີ​ການ​ປະກອບສ່ວນ​ຫລາຍ​ຢ່າງ​ເຂົ້າ​ໃນ​ການ ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ ​ແລະ ​ໄດ້ຮັບ​ຫຼຽນ​ໄຊ, ຫຼຽນ​ກາ​ຫລາຍດວງ​ຈາກ 2 ພັກ, 2 ລັດ ຫວຽດນາມ - ລາວ. ປີ 2000 ທ່ານ​ ເຈີ່ນ​ວັນ​ໝີ ​ໄດ້ຮັບ​ເຄື່ອງໝາຍ​ສະມາຊິກ​ພັກ 50 ປີ​ຈາກພັກ​ປະຊາຊົນ​ປະຕິວັດ ລາວ.

 

ຂ່າວ/ບົດ​ອື່ນ