ເປັນຄັ້ງທຳອິດທີ່ ຫວຽດນາມ ມີມະຫາວິທະຍາໄລ 2 ແຫ່ງລອດເຂົ້າ TOP ມະຫາວິທະຍາໄລ 1.000 ແຫ່ງໃນໂລກ

(VOVWORLD) - ຕາມຕາຕະລາງຈັດອັນດັບນີ້ແລ້ວ, ເປັນຄັ້ງອຳອິດ, ຫວຽດນາມ ມີມະຫາວິທະຍາໄລ 2 ແຫ່ງປະກົດຢູ່ຕາຕະລາງຈັດອັບດັບ ນັ້ນແມ່ນມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ຖືກຈັດຢູ່ໃນກຸ່ມ 701 – 750
ເປັນຄັ້ງທຳອິດທີ່ ຫວຽດນາມ ມີມະຫາວິທະຍາໄລ 2 ແຫ່ງລອດເຂົ້າ TOP ມະຫາວິທະຍາໄລ 1.000 ແຫ່ງໃນໂລກ - ảnh 1ພາບປະກອບ

ຕອນເຊົ້າວັນທີ 7 ມິຖຸນາ, ອົງການສຶກສາ Quacquarelli Symonds (QS) ຂອງອັງກິດ ໄດ້ປະກາດຕາຕະລາງຈັດອັນດັບມະຫາວິທະຍາໄລໂລກປີ 2019 (The QS World University Rankings 2019, ເອີ້ນຫຍໍ້ວ່າ QS World) ໃຫ້ 1.011 ມະຫາວິທະຍາໄລແຖວໜ້າ.

        ຕາມຕາຕະລາງຈັດອັນດັບນີ້ແລ້ວ, ເປັນຄັ້ງອຳອິດ, ຫວຽດນາມ ມີມະຫາວິທະຍາໄລ 2 ແຫ່ງປະກົດຢູ່ຕາຕະລາງຈັດອັບດັບ ນັ້ນແມ່ນມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ຖືກຈັດຢູ່ໃນກຸ່ມ 701 – 750 ແລະ ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຖືກຈັດຢູ່ໃນກຸ່ມ 801 – 1.000, ດ້ວຍໝາກຜົນນີ້, ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ຖືກຈັດຢູ່ໃນ top 69% ມະຫາວິທະຍາໄລແຖວໜ້າມີລາຍຊື່ໃນຕາຕະລາງຈັດອັນດັບມະຫາວິທະຍາໄລໂລກປີ 2019 ແລະ ຂຶ້ນກັບກຸ່ມ 4% ມະຫາວິທະຍາໄລແຖວໜ້າໃນໂລກດ້ວຍມະຫາວິທະຍາໄລທັງໝົດ 23.000 ແຫ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ