ເປັນຄັ້ງທຳອິດປະກາດ“ປື້ມຂຽວການທູດຫວຽດນາມປີ2015”

ເປັນຄັ້ງທຳອິດປະກາດ“ປື້ມຂຽວການທູດຫວຽດນາມປີ2015” - ảnh 1
ທ່ານ ​ເລ​ຮ່ວາຍ​ຈູງ ຮອງ​ລັດຖະມົນຕີ
​ການ​ຕ່າງປະ​ເທດ ຫວຽດນາມ

(vovworld) - ​ ​​ ວັນ​ທີ 22/09 ຢູ່ ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ​ຈັດ​ຕັ້ງ​ພິທີ​ປະກາດ “ປື້​ມ ຂຽວການ​ທູດ ຫວຽດນາມ ປີ 2015” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ ບາງ​ກະຊວງ, ຄະນະ, ຂະ​ແໜງ​ການ​ສູນ​ກາງ, ​ອົງການ​ການ​ທູດ​​ປະຈຳ ຫວຽດນາມ ​ແລະ ນັກ​ຂ່າວ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ​ເປັນ​ຈຳນວນ​ຫລວງ​ຫລາຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ປະ​ກາດ, ທ່ານ ​ເລ​ຮ່ວາຍ​ຈູງ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ເນັ້ນ​ໜັກ​ວ່າ: ປື້​ມຂຽວ ບໍ່ພຽງ​ແຕ່​ເປັນ​ການທົບ​ທວນຄືນວຽກ​ງານ​ພົວພັນ​ຕ່າງປະ​ເທດ​ຂອງ ຫວຽດນາມ ​ໃນ​ປີ 2015 ​ເທົ່າ​ນັ້ນ ຫາກ​ຍັງຫວນ​ຄືນ​ທັງໄລຍະ 5 ປີ​​ຜ່ານ​ມາອີກ​ດ້ວຍ, ພ້ອມ​ທັງ ຊີ້​ແຈ້ງ​ບັນດາ​ເນື້ອ​ໃນ​ຕົ້ນ​ຕໍ​ໃໝ່​ກ່ຽວ​ກັບ​​ແນວທາງພົວພັນ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ. ນີ້​ເປັນ​ຄັ້ງ​ທຳ​ອິດທີ່ກະຊວງ​ການ​ຕ່າງປະ​ເທດຈັດ​ຕັ້ງ​ພິທີ​ປະກາດ​ປື້​ມຂຽວ​ການ​ທູດ ຫວຽດນາມ ​ເພື່ອ​ແນ​ໃສ່​​ແນະນຳ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ຫວຽດນາມ, ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ​ກ່ຽວ​ກັບ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ ຫວຽດນາມ ​ໃນ​ປີ 2015.

 

ຂ່າວ/ບົດ​ອື່ນ