ເປັນເຈົ້າການເຈລະຈາເພື່ອຍູ້ແຮງການສົ່ງອອກຜະລິດຕະພັນ ກະເສດ

ເປັນເຈົ້າການເຈລະຈາເພື່ອຍູ້ແຮງການສົ່ງອອກຜະລິດຕະພັນ ກະເສດ - ảnh 1
(ພາບປະກອບ)

​(vovworld) – ຕາມ​ກະຊວງກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ​ແລ້ວ, ​ໄລ່ຮອດ​ຈຸດ​ເວລາ​ນີ້, ຫວຽດນາມ ມີ​ການ​ພົວພັນ​ດ້ານ​ການ​ຄ້າ​ຢ່າງ​ໝັ້ນຄົງ​ກັບກວ່າ 160 ປະ​ເທດ ​ແລະ ​ເຂດ​ແຄວ້ນ​ໃນ​​ໂລກ. ​ໃນ​​ໄລ​ຍະ​ຜ່ານ​ມາ, ອັດຕາ​ສົ່ງ​ອອກຜະລິດ​ຕະພັນ​ກະ​ເສດໃນ​ການ​ສົ່ງ​ອອກສິ້ນ​ຄ້າ​ຂອງ​ທັງ​ປະ​ເທດ​ຍາມ​ໃດ​ກໍຢູ່​ໃນ​ລະດັບ​ສູງ, ບັນລຸ 26% ​ຫາ 27%. ກະສິກຳ​ກໍ່​ແມ່ນ​ຂະ​ແໜງ​ດຽວ​ທີ່​ສົ່ງ​ອອກ​ເກີນ​ດຸ່​ນ​ໄປ​ຍັງ​ຕ່າງປະ​ເທດ ດ້ວຍ​ລະດັບ 8,5 ຕື້ USD ​ໃນ​ປີ 2013 ​ແລະ 9,5 ຕື້ USD ​ໃນ​ປີ 2014. ປະຈຸ​ບັນ, ຫວຽດນາມ ມີ​ຜະລິດ​ຕະພັນ​ກະ​ເສດສົ່ງ​ອອກ 10 ປະ​ເພດ, ດ້ວຍ​ຍອດ​ວົງ​ເງິນ​ການ​ຄ້າ​ກວ່າ 1 ຕື້ USD. ຫວຽດນາມ ​ໄດ້ ​ແລະ ພວມ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ, ລົງ​ນາມ​ໃນ 7 ສັນຍາ​ການ​ຄ້າ​ເສລີ (FTA) ກັບ​ບັນດາ​ຄູ່​ຮ່ວມ​ມື​ຫຼາຍ​ຝ່າຍ, ພາກ​ພື້ນ ​ແລະ 2 ຝ່າຍ. ທ່ານ ​ເຈີ​ນກິມລອງ, ຫົວໜ້າ​ກົມ​ຮ່ວມ​ມື​ກັບ​ສາກົນ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ໄດ້​ເສີມ​ຂະຫຍາຍ​ທ່າ​ແຮງ ​ແລະ ກຳ​ແໜ້ນກາລະ​ໂອກາດ, ພ້ອມ​ທັງ​ເປັນ​ເຈົ້າ​ການ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ເຊິ່ງການ​​ເຊື່​ອມ​ໂຍງ​ນຳ​ມາ​ໃຫ້. ​ເລື່ອງ​ລົງ​ນາມບັນດາ​ສັນຍາ​ການ​ຄ້າ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ ​ໄດ້​ປະກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ເຕີບ​ໂຕ, ຫັນ​ຕະຫຼາດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຊຸກຍູ້​ການ​ພັດທະນາ​ການ​ຜະລິດ​ພາຍ​ໃນ​ປະ​ເທດ, ສ້າງ​ວຽກ​ເຮັດ​ງາ​ນທຳ​ເພີ່ມ​ລາຍ​ຮັບ​ໃຫ້​ຊາວ​ກະສິກ​ອນ.

        “ກຳລັງຄວາມ​ສາມ​າດ​ໃນ​ການ​ຄຸ້ມຄອງຂອງ​ອົງການ​ຈັດ​ຕັ້ງ​ລັດ ​ແລະ ວິ​ສາ​ຫະກິດ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ ຕ້ອງ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​​ເສດຖະກິດສາກົນ ​ແລະ ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ເຖິງ​ຂົງ​ເຂດ​ດັ່ງກ່າວ. ຂ້າພະ​ເຈົ້າ​ຄິດ​ວ່າ, ທ່າ​ແຮງຂອງ​ຫວຽດນາມ ຢູ່​ຂົງ​ເຂດ​ໃດ ຕ້ອງ​ສຸມ​ໃສ່​ຂົງ​ເຂດ​ນັ້ນ. ສິ່ງ​ດັ່ງກ່າວ​ອາດ​ປະຕິບັດ​ໄດ້ ຖ້າ​ຫາກ​ພວກ​ເຮົາ​ຮູ້​ວິທີ​ປະສານ​ສົມທົບ ​ແລະ ນຳ​ໃຊ້​ບັນດາ​ມາດ​ຕະການ​ດ້ານ​ເຕັກນິກ​ທີ່​ກ້າວໜ້າ ຕາມມາດຖານ​ທີ່​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ ​ເພື່ອ​ໃຫ້​ຜະລິດ​ຕະພັນ​ກະ​ເສດ​ທີ່​ຜະລິດ​ອອກ​ມີ​ຕົ້ນ​ກຳ​ເນີ​ດ​ຢ່າງ​ຈະ​ແຈ້ງ, ຕອບ​ສະໜ​ອງຄວາມ​ຮຽກຮ້ອງ​ເຊິ່ງຕະຫຼາດ​ຕ່າງໆ​ໃນ​ໂລກ​ຕ້ອງການ”.

ຂ່າວ/ບົດ​ອື່ນ