ເປັນເຈົ້າການໂຄສະນາເຜີຍແຜ່ພາບພົດ,ປະເທດຊາດແລະຊາວຫວຽດນາມຢູ່ຕ່າງປະເທດ

ເປັນເຈົ້າການໂຄສະນາເຜີຍແຜ່ພາບພົດ,ປະເທດຊາດແລະຊາວຫວຽດນາມຢູ່ຕ່າງປະເທດ - ảnh 1
ທ່ານ ຫງວຽນທ້ຽນ​ເຍີ​ນ​ຕ້ອນຮັບ​ຫົວໜ້າ​ຄະນະ​ຜູ້​ແທນຂອງບັນດາ​
ອົງການ​ຕາງໜ້າການ​ທູດ​ຂອງ ຫວຽດນາມ ປະຈຳ​ຕ່າງປະ​ເທດ

(vovworld) – ຕອນ​ເຊົ້າ​ວັນ​ທີ 24/8 ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນທ້ຽນ​ເຍີ​ນ ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຫົວໜ້າ​ຄະນະ​ຜູ້​ແທນຂອງບັນດາ​ອົງການ​ຕາງໜ້າການ​ທູດ​ຂອງ ຫວຽດນາມ ປະຈຳ​ຕ່າງປະ​ເທດ ​ເນື່ອງ​ໃນ​ໂອກາດ​ຮັບ​ໜ້າ​ທີ່​ປະຕິບັດ​ງານ​ອາ​ຍຸ​ການ 2015 – 2018. ທ່ານ ຫງວຽນ​ທ້ຽນ​ເຍີນ ປາດ​ຖະໜາ​ວ່າ: ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າສະ​ຖາ​ນກົງ​ສູນ​ໃຫຍ່ ສຸມ​ໃສ່​ຍູ້​ແຮງ​ວຽກ​ງານ​ຊອກ​ຫາ, ​ເປີດ​ກ້ວາງ​​ຕະຫລາດສົ່ງ​ອອກສິນຄ້າ, ຜະລິດ​ຕະພັນ​ຂອງ ຫວຽດນາມ, ຮຽກຮ້ອງ​​ໃຫ້ສົ່ງ​ເສີມ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ ​ເພື່ອ​ໜູນ​ຊ່ວຍ​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຊາດ; ມານະ​ພະຍາຍາມ​​ໃຫ້ຂໍ້​ມູນ​ຂ່າວສານ​ກ່ຽວກັບ​ການປະຕິບັດ​ປະຊາທິປະ​ໄຕ​ຂອງ ຫວຽດນາມ​ ​ໃນ​ບັນດາ​ຂົງ​ເຂດ ການ​ເມືອງ, ສາສະໜາ, ສິດທິ​ມະນຸດ. ພ້ອມ​ກັນ​ນັ້ນ, ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ສະຖານກົງສູນ​ໃຫຍ່ຕ້ອງ​ດຶງ​ດູດ​ການ​ປະກອບສ່ວນ​ຈາກ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ສ້າງ​ຖັນ​ແຖວ​​ຫລັກ​ແຫ​ລ່ງ​ໃນປະຊາ​ຄົມຊາວ ຫວຽດນາມ ຢູ່​ແຕ່​ລະ​ເຂດ​ແຄ້ວນ, ​ແຕ່​ລະ​ປະ​ເທດ; ໜູນ​ຊ່ວຍ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດສ້າງ​ການ​ດຳລົງ​ຊີວິດ​​ເປັນ​ປົກກະຕິ, ປະຕິບັດ​ວຽກ​ງານ​ປົກ​ປ້ອງ​ຊາວ ຫວຽດນາມ​ ​​ເປັນ​ຢ່າງ​ດີ, ນຳ​ສຽງ​ເວົ້າ​ຂອງ​ພໍ່​ແມ່​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດມາສູ່​ພັກ, ລັດ. ຜ່ານ​ນັ້ນ, ປະກອບສ່ວນ​ສ້າງ​​ກຸ່ມ​ກ້ອນມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຍຸດສະ​ໄໝ​​ເພື່ອສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ກ່ຽວ​ກັບ​ບັນຫາ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ, ທ່ານ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ:

        “ ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ບັນດາ​ປະ​ເທດ​ມີການ​ເຄື່ອນ​​ໄຫວ​ທີ່ດີ ຊຶ່ງ​ພວກ​ເຂົາ​ກໍ່ແມ່ນ​ເອກ​ອັກຄະ​ລັດຖະທູດ​ບໍ່​ສະ​ເພາະ​ກິດ​ຂອງ​ປະ​ເທດ​ເຮົາ​ຢູ່​ຕ່າງປະ​ເທດ. ປະຊາ​ຄົມຊາວ ຫວຽດນາມ ນັບ​ພັນ​ນັບ​ແສນ​ຄົນ​ພວມ​ອາ​ໄສຢູ່​ຕ່າງປະ​​ເທດ ​ພວກ​ເຂົາ​ຍາມ​ໃດ​ກໍ​ຕາງໜ້າ​ໃຫ້​ປະ​ເທດ​ເຮົາ ​ເຮັດ​ໃຫ້ປະ​ເທດ​ປະຈຳ​ຖິ່ມເຂົ້າ​ໃຈ ຫວຽດນາມ. ​ເພາະສະ​ນັ້ນ, ​ເລື່ອງ​ສ້າງຖັນ​ແຖວ​ຫຼັກ​ແຫຼ່ງ​ໃນ​ປະຊາ​ຄົ​ມຕ່າງປະ​ເທດ​​ແມ່ນສຳຄັນ​ທີ່​ສຸດ. ”

        ​ໂດຍ​ຕ່າງ​ໜ້າ​ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ສະຖານກົງສູນ​ໃຫຍ່​ຮັບ​ໜ້າ​ທີ່​ປະຕິບັດ​ງານ​ຄັ້ງ​ນີ້, ທ່ານ ດ່ວານ​ຊວນ​ຮື​ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ເຢຍລະ​ມັນ ​ໃຫ້​ຮູ້​ວ່າ: ບັນດາ ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ສະຖານກົງສູນ​ໃຫຍ່​ເປັນ​ກຽດ ​ແລະ ກຳນົດ​ຄວາມ​ຮັບຜິດຊອບ​ອັນ​ໃຫຍ່​ຫລວງ, ປາດ​ຖະໜາ​​ເຮັດສຳ​​ເລັດໜ້າ​ທີ່​​ໄດ້​ຮັບ​ມອບ​ໝາຍຈາກ​ພັກ, ລັດ ​ແລະ ກະຊວງ​ການ​ຕ່າງປະ​ເທດ. ປະກອບສ່ວນ​ການ​ປັບປຸງສາຍ​ພົວພັນ​ທາງການ​ທູດ, ຍົກ​ສູງ​ພາບ​ພົດ, ທີ່​ຕັ້ງ​ບົດບາດຂອງ ຫວຽດນາມ ບົນ​ເວທີ​ສາກົນ.


ຂ່າວ/ບົດ​ອື່ນ