ເປັນເອກະພາບລະຫວ່າງການພົວພັນຕ່າງປະເທດປະຊາຊົນກັບການພົວພັນຕ່າງປະເທດຂອງພັກແລະຂອງລັດ

ເປັນເອກະພາບລະຫວ່າງການພົວພັນຕ່າງປະເທດປະຊາຊົນກັບການພົວພັນຕ່າງປະເທດຂອງພັກແລະຂອງລັດ - ảnh 1
ທ່ານ ດຶງ​ເທ໋​ຮິງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld) - ວັນ​ທີ 18/1 ຢ​ູ່​ຮ່າ​ໂນ້ຍ, ຄະ​ນະ​ພົ​ວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​​ພັກໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະ​ຫລຸບ​ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ປີ 2016, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2017, ສ​ະ​ຫລຸບ 5 ປີ​ແຫ່ງ​ການ​ຊາບ​ຊຶມ ແລະ ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 04 ຂ​ອງ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ (ຊຸດ​ທີ 11) ກ່ຽ​ວ​ກັບ​ການ​ສືບ​ຕໍ່​ປ່ຽນ​ໃໝ່ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ໃນ​ສະ​ພາບ​ການ​ໃໝ່.  ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ ດິງ​ເທ໋​ຮີງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ ​ສູນ​ກາງ​ພັກໄດ້​ສະ​ເໜີ​ບັນ​ດາ​ອົງ​ການ​ສະ​ເພາະ​ກິ​ດ​ສົມ​ທົບ​ກັນ​ເປັ​ນ​ເອ​ກະ​ພາບ​​ລະ​ຫ​ວ່​າງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ກັບ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ພັກ ແລະ ການ​ທູດ​ຂອງ​ລັດ ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສັງ​ລວ​ມ​ຢ່າງ​ຄົວ​ຖ້ວນ, ຫັນ​ຜົນ​ປະ​ໂຫຍດ​ຂອງ​ຊາດ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ໃນ​ວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກ​ົນ:

        “ແນວ​ໂຮມ​ປະ​ເທດ​ຊາດ, ບັນ​ດາ​ອົງ​ການ​ຈັດ​ຕັ້​ງ​ມະ​ຫາ​ຊົນ, ອົງ​ການ​ປະ​ຊາ​ຊົນ​ຕ້ອງ​ສືບ​ຕໍ່​ປ່ຽນ​ໃໝ່​ຢ່າງ​ແຮງ, ຍົກ​ສູງ​ລັກ​ສ​ະ​ນະ​ແທ​ດ​ຈິງ​ມີ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ, ປະ​ຕິ​ບັດ​ການ​ປະ​ຢັດ, ຕ້ານ​ການ​ຟຸມ​ເຟືອຍ​ຢ່າງ​ເດັດ​ຂາດ. ເພີ່ມ​ທະ​ວີ​ລັ​ກ​ສະ​ນະ​ເປັນ​ເຈົ້າ​ການ, ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມມື​ເລິກ​ເຊິ່ງ​ຂຶ້ນ​ຕ​ື່ມ, ເປີດ​ກ້​ວາ​ງ​ເຄືອ​ຂ່າຍ​ເພື່ອນ​ມິດ​ສາ​ກົນ​ຂອງ ຫວຽດ​ນາມ, ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ກົນ​ໄກ​ຮ່ວມ​ມື, ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ພາກ​ພື້ນ ແລະ ສາ​ກົນ​ສຳ​ຄັນ. ຍົກ​ສູງ​ປະ​ສິດ​ທິ​ຜົນ​ແຫ່ງ​ການ​ຮ່ວມ​ມື, ຍາດ​ແຍ່ງ​ບັນ​ດາ​ແຫຼ່ງ​ກຳ​ລັງ​ຈາກ​ພາຍ​ນອກ, ປະ​ກອບ​ສ່ວນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.”

ຂ່າວ/ບົດ​ອື່ນ