ເພີ່ມທະວີການຕິດຕາມກວດກາການພັດທະນາເສດຖະກິດຕິດພັນກັບການຮັບປະກັບປ້ອງກັນຊາດໃນບໍລິເວນຍຸດທະສາດ

ເພີ່ມທະວີການຕິດຕາມກວດກາການພັດທະນາເສດຖະກິດຕິດພັນກັບການຮັບປະກັບປ້ອງກັນຊາດໃນບໍລິເວນຍຸດທະສາດ - ảnh 1
ພະ​ນັກ​ງານ, ນັກ​ຮົບ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ ອາ​ປາ​ຈາຍ
(ພາບ: Trọng Đức/TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 27/2, ຢູ່ຮ່າ​ໂນ້ຍ, ຄະນະ​ຕິດຕາມ​ກວດກາ​ຂອງ​ຄະນະ​​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ມີ​ການ​ເຮັດ​ວຽກ​ ກັບ​ລັດຖະບານ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ ກ່ຽວ​ກັບ“ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ໃນ​ການ​ປະສານສົມທົບ​​ພັດທະນາ​ເສດຖະກິດ​ຕິດພັນ​ກັບການ​ຮັບປະກັນ​ການປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ບໍລິ​ເວນ​ຍຸດ​ທະ​ສາດ” (ຈຸດ​ສຸມ​ແມ່ນ​ບັນດາ​ບໍລິ​ເວນ​ເຂດ​ໄຕ​ບັກ, ​ເຂດ​ໄຕ​ງວຽນ ​ແລະ ​ເຂດທິດຕາ​ເວນ​ຕົກ​ພາກ​ໃຕ້).

        ຕາມ​ການ​ຕີ​ລາຄາ​ຂອງ​ຄະນະ​ຕິດຕາມ​ກວດກາ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ແລ້ວ, ການ​ກໍ່ສ້າງ​ກົນ​ໄກ​​ໃນ​ບໍລິ​ເວນ​ຍຸດ​ທະ​ສາດ ​ເພື່ອ​ປະຕິບັດ​ການ​ປະສານສົມທົບ​ກັນ​ ລະຫວ່າງ​ການ​ກໍ່ສ້າງ​ເສດຖະກິດ-​ສັງຄົມ ກັບ​ການ​ປັບປຸງ​ກຳລັງ​ບົ່ມ​ຊ້ອນການ​ປ້ອງ​ກັນຊາ​ດ, ປ້ອງກັນ​ຄວາມ​ສະຫງົບ​ໄດ້​ຮັບ​ການ​ປະຕິບັດ​ເປັນ​ຢ່າງ​ດີ​ໃນ​ໄລຍະ​ຜ່ານ​ມາ. ​ໃນ​ໄລຍະ​ຈະ​ມາ​ເຖິງ,​ ຄຽງ​ຂ້າງ​​ຍູ້​ແຮງ​ການ​ເຄື່ອນ​ໄຫວການ​ຕິດຕາມ​ກວດກາ, ຄວນ​ສະ​ເໜີ​ບັນດາ​ມາດ​ຕະການ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ ກ່ຽວ​ກັບ​ການ ປະສານ​ສົມທົບພັດທະນາ​ເສດຖະກິດ​ຕິດ​ພັນກັບ​ການ​ຮັບປະກັນ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ບໍລິ​ເວນ​ຍຸດ​ທະ​ສາດ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ທ່ານ ຫງວຽນ​ກີ​ມຄວາ, ຫົວໜ້າ​ກຳມາ​ທິການ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ, ຫົວໜ້າ​ຄະນະ​ຕິດຕາມ​ກວດກາ ​ໃຫ້​ຮູ້​ວ່າ:

        ນີ້​ແມ່ນ​ເນື້ອ​ໃນ​ກ້ວາງ​ຂວາງ​ທີ່​ສຸດ, ຕ້ອງ​ປະສານ​ສົມທົບ​ກັນໃນ​ບໍລິ​ເວນ​ທົ່ວ​ປະ​ເທດ. ພວກ​ເຮົາ​ຈະ​ເຂົ້າ​ສູ່​ບັນດາ​ຈຸດ​ສຸມ​ໃນ​ບັນດາ​ເນື້ອ​ໃນ​ການ​ຕິດຕາມ​ກວດ ກາ. ຈຸດ​ສຸມ​ແມ່ນ​ເຂດ​ໄຕ​ບັກ, ​ເຂດ​ໄຕ​ງວຽນ ​ແລະ ​ ເຂດທິດຕາ​ເວນ​ຕົກ​ພາກ​ໃຕ້ ໃນ​ນັ້ນ, ມີ​ຫຼາຍ​ຂະ​ແໜງ​ຢູ່​ຫຼາຍ​ຂົງ​ເຂດ​ທີ່​ຕ່າງ​ກັນ, ພິ​ເສດ​ແມ່ນ​ບັນດາ​ຂະ​ແໜງ​ການ​ທີ່​ສຳຄັນ, ມີປັດ​ໄຈ​ທີ່​ຮີບ​ດ່ວນ​ໃນ​ໄລຍະ​ປະຈຸ​ບັນ ​ແຕ່​ຍັງ​ຄົງ​ຮັບປະກັນ​ຍຸດ​ທະ​ສາດ​ໄລຍະ​ຍາວ​ໃນ​ຊຸມປີ​ຈະ​ມາ​ເຖິງ.

 


ຂ່າວ/ບົດ​ອື່ນ