ເພີ່ມ​ທະວີ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​​ໂກງ, ການ​ຄ້າຂາຍ​ເຖື່ອນ

(VOVWORLD) -ໜ້າທີ່ປ້ອງກັນ, ຕ້ານການສໍ້ໂກງ, ການຄ້າຂາຍເຖື່ອນ ແລະ ສິນຄ້າປອມ ແມ່່ນໜ້າທີ່ທາງດ້ານການເມືອງທີ່ສໍາຄັນແຖວໜ້າ ຕ້ອງປະຕິບັດຢ່າງເຂັ້ມງວດ, ຂ້ຽວຂາດ, ເປັນປະຈໍາ ແລະ ຕໍ່ເນື່ອງ. 
ເພີ່ມ​ທະວີ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​​ໂກງ, ການ​ຄ້າຂາຍ​ເຖື່ອນ    - ảnh 1 ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ ກ່າວຄໍາເຫັນທີ່ການເຮັດວຽກ (ພາບ:TTXVN)

ຕອນບ່າຍວັນທີ 19 ກຸມພາ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່່າບິ່ງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບ ຫ້ອງການປະຈໍາຄະນະຊີ້ນໍາແຫ່ງຊາດກ່ຽວກັບປ້ອງກັນ, ຕ້ານການສໍ້ໂກງ, ການຄ້າຂາຍເຖື່ອນ, ສິນຄ້າປອມ (ຄະນະຊີ້ນໍາ 389 ແຫ່ງຊາດ). ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ ຮຽກຮ້ອງໃຫ້ຫ້ອງການດັ່ງກ່າວ ກໍານົດຢ່າງຈະແຈ້ງວ່າ ໜ້າທີ່ປ້ອງກັນ, ຕ້ານການສໍ້ໂກງ, ການຄ້າຂາຍເຖື່ອນ ແລະ ສິນຄ້າປອມ ແມ່່ນໜ້າທີ່ທາງດ້ານການເມືອງທີ່ສໍາຄັນແຖວໜ້າ ຕ້ອງປະຕິບັດຢ່າງເຂັ້ມງວດ, ຂ້ຽວຂາດ, ເປັນປະຈໍາ ແລະ ຕໍ່ເນື່ອງ. ທ່ານ ເຈືອງຮວ່າບິ່ງ ກໍເນັ້ນໜັກເຖິງ ວຽກງານບໍາລຸງສ້າງ, ຍົກສູງລະດັບຄວາມຮູ້ທາງດ້ານວິຊາການ, ພັນທະໜ້າທີ່ ໃຫ້ແກ່ພະນັກງານ, ລັດຖະກອນ ຫ້ອງການດັ່ງກ່າວ. 


 


ຕອບກັບ

ຂ່າວ/ບົດ​ອື່ນ