ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປໃນທຸກຂົງເຂດ

(vovworld)- ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວ​ນ​ຟ​ຸກ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ຫລີ​ຊຽນ​ຫລົງ ແລະ ພັນ​ລະ​ຍາ ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 21-24/3. ນີ້​ແມ່ນ​ຄັ້ງ​ທີ 3 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫລ​ີ​ຊຽນ​ຫລົງ ຢ້ຽມ​ຢາມ​ຫວຽດ​ນາມ ໃນ​ຖາ​ນະ​​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປໃນທຸກຂົງເຂດ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ເປັນ​ສັກ​ຂີ​ພິ​ຍາ​ນ​ພິ​ທີ​ລົງ​ນາມ​ເອ​ກະ​ສານ​ບາງ​ສ​ະ​ບັບ

ວັນ​ທີ 23/3, ພາຍ​ຫລັງ​ພິ​ທີ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຈ​ລະ​ຈາ​ກັບ​ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫລີ​ຊຽນ​ຫລົງ. ການ​ນຳ​ສອງ​ທ່ານ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພີ່​ມ​ທະ​ວີ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ, ຊຸກ​ຍູ້​ການ​ຮ່ວມ​ມື​ການ​ເຊື່ອມ​ໂຍງ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ ສິງ​ກະ​ໂປ​ໃຫ້​ເລິກ​ເຊິ່ງ​ຂຶ້ນ​ຕື່ມ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ສອງ​ທ່ານ ໄດ້​ຢືນ​ຢັນ ສືບ​ຕໍ່​ຊຸກ​ຍູ້​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ສະ​ດວກ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ບັນ​ດາ​ວິ​ສາ​ຫະ​ກິດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຫນ​ູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ເຂົ້າ​ຮ່ວມ​ຕະ​ຫລາດ ແລະ​ລະ​ບົບ​ສະ​ຫນອງ​ທົ່ວ​ໂລກ​, ສືບ​ຕໍ່​ຫນູນ​ຊ່ວຍ​ຫວຽດ​ນາມ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ກໍ​ຄື​ເຂົ້າ​ຮ່ວມ​ບໍ​ລິ​ການ​ການ​ເງິນ​ຢູ່​ຫວຽດ​ນາມ.

ສອງ​ຝ່າຍ​ກໍ​ສຸມ​ໃສ່​ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຊຸກ​ຍູ້​ການ​ຄ້າ​ເສ​ລີ ແລະ ສືບ​ຕໍ່​ເຂົ້າ​ຮ່ວມ​ບັນ​ດາ​ຂໍ້​ລິ​ເລີ່ມ​ພາກ​ພື້ນ, ຊອກ​ຫາ​ມາດ​ຕະ​ການ​ໃຫ້​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ TPP. ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ທັງ​ສອງ​ທ່ານ ເຫັນ​ດີ ຮັກ​ສາ​ການ​ທາບ​ທາມ​ຄຳ​ເຫັນ ແລະ ຮ່ວມ​ມື​ ຢ່າງ​ແຫນ້ນ​ແຟ້ນ ນຳ​ກັນ​ ແລະ ກັບ​ບັນ​ດາ​ປະ​ເທດ​ອື່ນ​ໃນ ອາ​ຊຽນ  ເພືື່ອ​ສ້າງ ອາ​ຊຽນ ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ, ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ຫົວ​ຄິດ​ປະ​ດ​ິດ​ສ້າງ, ເສີມ​ຂະ​ຫຍາຍ​ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຍຸດ​ທະ​ສາດ​ຢູ່​ພາກ​ພື້ນ, ພິ​ເສດ​ແມ່ນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ສິ້ນ​ສຸດ​ການ​ເຈ​ລະ​ຈາ, ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ສອງ​ທ່ານ ໄດ້​ເປັນ​ສັກ​ຂິ​ພີຍ​ານ​ພິ​ທີ​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື​ສຳ​ຄັນ​ຫລາຍ​ສະ​ບັບ.

ທີ່​ການ​ປະ​ຊຸມ​ຂ່າວ​ພາຍ​ຫລັງ​ການ​ເຈ​ລະ​ຈາ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ: ຫວຽດ​ນາມ ແລະ ສິງ​ກະ​ໂປ​ລົງ​ນາ​ມ​ໃນ​ເອ​ກະ​ສານ​ຮ່ວມ​ມື 6 ສະ​ບັບ ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ຜົນ​ສຳ​ເລັດ​ຂອງ​ການ​ຢ້ຽມ​ຢາມ​ສຳ​ຄັນ​ນີ້. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກໍ່​ໄດ້​ຍົກ​ໃຫ້​ເຫັນ​ທັດ​ສະ​ນະ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ.

        “ໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ພວກ​ຂ້າ​ພ​ະ​ເຈົ້າ​ລ້ວນ​ແຕ່​ເຫັນ​ດີ​ວ່າ ຈະ​ກໍ່​ສ້າງ​ທະ​ເລ​ຕ​າ​ເວັນ​ອອກ​ໃຫ້​ກາຍ​ເປັນ​ເຂດ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ປະ​ຕິ​ບັດ​ກົດ​ໝາຍ​ສາ​ກົນ, ມີ​ຄວາມ​ເສ​ລີ​ໃນ​ການ​ເດີນ​ເຮືອ, ການ​ບິນ  ແລະ​ ພ້ອມ​ກັນ​ພັດ​ທະ​ນາ.”

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫລີ​ຊຽນ​ຫລົງ ຢືນ​ຢັນ​ວ່າ: ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ນີ້​ແມ່ນ​ບາດ​ກ້າວ​ເດີນ​ໃຫຍ່​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ພັດ​ທະ​ນາ​ຢ່າງ​ແຮງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ລັດ​ຖະ​ບານ​ສອງ​ປະ​ເທດ​ຕັດ​ສິນ​ໃຈ​ສ້າງ​ຄວາມ​ສະ​ດວກ​​ໃຫ້​ບັນ​ດາ​ວິ​ສ​າ​ຫະ​ກິດ ແລະ ປ​ະ​ຊາ​ຊົນ​ສອງ​ປະ​ເທດໃນ​ການ​ໄປ​ມາ​ລະ​ຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ