ເພີ່ມທະວີການພົວພັນສາມັກຄີລະຫວ່າງຊາວໜຸ່ມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ

(VOVWORLD) -  ວັນທີ 4 ທັນວາ, ທ່ານ ຮວິ່ງແກັກມ໊າງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບ ຄະນະບໍລິຫານງານ ແລະ ຜູ້ຕາງໜ້າຂອງ 11 ປະເທດທີ່ເຂົ້າຮ່ວມລາຍການ ຊາວໜຸ່ມເດີນທະເລ ອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ຄັ້ງທີ 45 ປີ 2018.
ເພີ່ມທະວີການພົວພັນສາມັກຄີລະຫວ່າງຊາວໜຸ່ມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ - ảnh 1ທີ່ການຕ້ອນຮັບ (ພາບ: TTXVN) 

ທີ່ການຕ້ອນຮັບ, ທ່ານ ຮວິ່ງແກັກມ໊າງ ໃຫ້ຮູ້ວ່າ ເຫດການຊາວໜຸ່ມເດີນທະເລ ອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ມາຢ້ຽມຢາມ ນະຄອນ ໂຮ່ຈິມິນ ແມ່ນການເຄື່ອນໄຫວພົບປະແລກປ່ຽນສາກົນທີ່ມີຄວາມໝາຍຕໍ່ກັບປະຊາຊົນ ແລະ ໄວໜຸ່ມຂອງນະຄອນ ໂຮ່ຈິມິນ, ແມ່ນກາລະໂອກາດເພື່ອໃຫ້ຮູບພາບນະຄອນ ໂຮ່ຈິມິນ ມີຄວາມໃກ້ຊິດຕິດແທດກວ່າສຳລັບຊາວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ, ພ້ອມທັງຊາວໜຸ່ມນະຄອນ ໂຮ່ຈິມິນ ກໍມີກາລະໂອກາດໃນການພົບປະ, ແລກປ່ຽນບົດຮຽນກັບຊາວໜຸ່ມບັນດາປະເທດຫຼາຍກວ່າອີກ.

         ລາຍການ ຊາວໜຸ່ມເດີນທະເລ ອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ຄັ້ງທີ 45 ປີ 2018 ມີຜູ້ແທນຊາວໜຸ່ມ 326 ຄົນ, ໃນນັ້ນ ມີຜູ້ແທນຊາວໜຸ່ມ ຫວຽດນາມ 29 ຄົນ ເຂົ້າຮ່ວມການເຄື່ອນໄຫວຕ່າງໆ ເປັນເວລາ 52 ວັນ ນັບແຕ່ວັນທີ 24 ຕຸລາ - 12 ທັນວາ.

ຕອບກັບ

ຂ່າວ/ບົດ​ອື່ນ