ເພີ່ມທະວີການພົວພັນຫວຽດນາມ-ອານເຊຣີ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ, ທ່ານລັດຖະມົນຕີການຕ່າງປະເທດອານເຊຣີ Abdelkader Messahel  ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 13 - 14 ກໍລະກົດ.

ເພີ່ມທະວີການພົວພັນຫວຽດນາມ-ອານເຊຣີ - ảnh 1(ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ

ແລະ ທ່ານລັດຖະມົນຕີການຕ່າງປະເທດອານເຊຣີ Abdelkader Messahel  )

ວັນທີ 13 ກໍລະກົດ, ທີ່ການເຈລະຈາກັບທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ, ຝ່າຍອານເຊີຣີ ສະເໜີເພີ່ມທະວີການຮ່ວມມືລະຫວ່າງທ້ອງຖິ່ນ, ນະຄອນຕ່າງໆຂອງ 2 ປະເທດ, ຈັດຕັ້ງບັນດາຄະນະຜູ້ແທນສົ່ງເສີມ ແລະ ເຂົ້າຮ່ວມງານຕະຫຼາດນັດການຄ້າທີ່ໄດ້ຮັບການຈັດຕັ້ງຢູ່ແຕ່ລະປະເທດ, ແລກປ່ຽນບັນດາລາຍການບຳລຸງສ້າງ, ທຶນສຶກສາ.

        ສ່ວນທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຂອງ 2 ປະເທດຕັ້ງໜ້າສົມທົບກັນຜັນຂະຫຍາຍໝາກຜົນກອງປະຊຸມຄັ້ງທີ 11 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ອານເຊຣີ ເມື່ອເດືອນພະຈິກ 2017. ໃນສະເພາະໜ້າ, 2 ຝ່າຍສົມທົບກັນກະກຽມໃຫ້ແກ່ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີອານເຊຣີ ໃນປີ 2019, ພ້ອມທັງສືບຕໍ່ປັບປຸງຂອບເຂດດ້ານນິຕິກຳທີ່ສະດວກໃຫ້ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ 2 ປະເທດໃຫ້ພັດທະນາກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ