ເພີ່ມທະວີການສົມທົບກັນລະຫວ່າງແນວໂຮມປະເທດຊາດ2ປະເທດຫວຽດນາມແລະລາວ

ເພີ່ມທະວີການສົມທົບກັນລະຫວ່າງແນວໂຮມປະເທດຊາດ2ປະເທດຫວຽດນາມແລະລາວ - ảnh 1
(ທ່ານຫງວຽນ​ທ້ຽນ​ເຍີນ ​ແລະ ທ່ານ ​ຕົງ​ເຢີ​ທໍ່)

(vovworld) - ​ ຕອນ​ບ່າຍ​ວັນ​ທີ 15/7, ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ​ຕົງ​ເຢີ​ທໍ່, ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານ​ຜູ້​ປະຈຳ​ການຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ປາດ​ຖະໜາ​ວ່າ: 2 ອົງການ​ແນວ​​ໂຮມ​ຫວຽ​ດນາມ ​ແລະ ລາວ ​​ຈະແລກປ່ຽນບົດຮຽນ​ໃນ​ການ​ບຳລຸງ​ສ້າງ​ພະນັກງານ, ປ່ຽນ​ໃໝ່​ວິທີ​ການ​ເຄື່ອນ​ໄຫວ ​ເພື່ອ​ມີ​ການ​ສົມທົບ​ກັນ​ຢ່າງ​ດີ​ກ່ວາ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ: ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ສຶກສາ, ​ໂຄສະນາ​ເຜີຍ​ແຜ່​ໃຫ້ແກ່ລຸ້ນໜຸ່ມ ກ່ຽວ​ກັບ​ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ, ການ​ພົວພັນ​ມິດຕະພາບ​, ການ​ຮ່ວ​ມມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ-​ລາວ.

             ທ່ານຮອງ​ປະທານ​ຜູ້​ປະຈຳ​ການຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ຕົງ​ເຢີ​ທໍ່ ຢືນຢັນ​​ເຖິງຄວາມ​ຕັດສິນ​ໃຈ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ, ການ​ພົວພັນ​ມິດ​ຕະ​ພາບທີ່​ສັດ​ຊື່ບໍລິສຸດ, ສະໜິດ​ຕິດ​ພັນ ​ແລະ ການ​ຮ່ວມ​ມືຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ຫວຽດນາມ-​ລາວ ​ໃຫ້ຂຽວສົດ​ງົດ​ງາມ ​ແລະ ໝັ້ນຄົງ​ຂະໜົງ​ແກ່ນ​ຊົ່ວ​ກາລະ​ນານ.

ຂ່າວ/ບົດ​ອື່ນ